แอกซ่ามอบโปรโมชั่นสุดคุ้มให้คุณเลือกรับได้ตามใจ เมื่อซื้อประกันมะเร็งออนไลน์ เจอแล้วจ่าย

วันจันทร์ที่ 12 กันยายน พ.ศ. 2565

ເມືອງໄຊບູລີ ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການຄຸ້ມຄອງກຸ່ມເກັບຊື້ມັນຕົ້ນປີ 2022-2023.

ເມືອງໄຊບູລີ ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການຄຸ້ມຄອງກຸ່ມເກັບຊື້ມັນຕົ້ນປີ 2022-2023.


ເພື່ອເຮັດໃຫ້ການຄຸມຄອງ ກຸ່ມເກັບຊື້ມັນຕົ້ນເປັນໄປຕາມລະບຽບກົດໝາຍ ເພື່ອ ປົກປ້ອງສິດຜົນປະໂຫຍດຂອງຊາວສວນມັນ ແລະ ກຸ່ມເກັບຊື້ມັນຕົ້ນພາຍໃນເມືອງໄຊບູລີໃຫ້ສອດຄອງກັບແນວທາງນະໂຍບາຍຂອງພັກ-ລັດ.
ສະນັ້ນມາໃນຕອນເຊົ້າຂອງວັນທີ 9 ກັນຍາ 2022 ທີ່ຜ່ານມານີ້. ຢູ່ທີ່ ຫ້ອງປະຊຸມຊັ້ນ2 ຫ້ອງວ່າການປົກຄອງເມືອງໄຊບູລີ ແຂວງ ສະຫັວນນະເຂດ. ຫ້ອງວ່າການປົກຄອງເມືອງ ຈິ່ງໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງກຸ່ມເກັບຊື້ມັນຕົ້ນພາຍໃນເມືອງຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ຜູ້ຊີ້ນໍາວຽກງານເສດຖະກິດ. ທ່ານ ຄໍາມອນ ທິລາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫັວນນະເຂດ. ຫົວໜ້າຫ້ອງວ່າການປົກຄອງເມືອງ ໄຊບູລີ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊບູລີ, ຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າເມືອງ, ຫົວໜ້າຫ້ອງການ-ການເງິນ ເມືອງ, ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ມີການ ສະແດງຄໍາຄິດ- ຄໍາເຫັນ ຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊູມໃນຫົວຂໍ້ ກ່ຽວກັບການຄຸ້ມຄອງຜູ້ປະກອບການເກັບຊື້ມັນຕົ້ນພາຍໃນເມືອງໄຊບູລີ. ໃນປະຈຸບັນ ທົ່ວເມືອງໄຊບູລີມີ ກຸ່ມປູກມັນຕົ້ນທັງໝົດ 7 ກຸ່ມ. ມີກຸ່ມເກັບຊື້ມັນຕົ້ນ 1 ກຸ່ມ ເຊິ່ງໃນໄລຍະຜ່ານມາເຫັນວ່າການເກັບຊື້ມັນຕົ້ນພາຍໃນເມືອງຍັງຂາດການຄຸ້ມຄອງຢ່າງເປັນລະບົບຈາກພາກລັດ ຈິ່ງເຮັດໃຫ້ພົບກັບຄວາມຫຍຸ້ງຍາກໃນການຊຸກຍູ້ສົ່ງເສີມຈາກພາກລັດ. ຜ່ານກອງປະຊຸມປຶກສາຫາລືກັນໄດ້ເຫັນດີເປັນເອກະພາບ ວາງແຜນລົງເຄື່ອນໄຫວຕິດຕາມກວດກາເອກກະສານຕ່າງໆ ທີ່ພາກລັດອະນຸຍາດໃຫ້ລານມັນແຕ່ລະລານເກັບຊື້ມັນຕົ້ນວ່າຖືກຕ້ອງຄົບຖ້ວນຕາມລະບຽບການ ຫຼື ບໍ່ . ຈາກນັ້ນ ໃຫ້ຈັດກອງປະຊຸມວາງແຜນການເຄືອນໄຫວເກັບຊື້ມັນຕົ້ນທົ່ວເມືອງ ປະຈໍາປີ 2022-2023 ຮ່ວມກັນ ລະຫວ່າງ ພາກລັດ ແລະ ຜູ້ປະກອບການ ເກັບຊື້ມັນຕົ້ນໃນທົ່ວເມືອງໄຊບູລີ.


วันเสาร์ที่ 30 กรกฎาคม พ.ศ. 2565

ການປູກອ້ອຍໃນຮູບແບບ (2+3) ຢູ່ເມືອງໄຊບູລີ ບໍລິສັດຄວນຄິດໄລ່ຄ່າແຮງງານ ແລະ ຄ່າທີ່ດິນຄືນໃຫ້ປະຊາຊົນ ຕາມນະໂຍບາຍຂອງພັກ-ລັດ

ການສົ່ງເສີມການປູກອ້ອຍໃນຮູບແບບ (2+3) ຢູ່ເມືອງໄຊບູລີ ພາກສ່ວນບໍລິສັດຄວນຄິດໄລ່ຄ່າແຮງງານ ແລະ ຄ່າທີ່ດິນຄືນໃຫ້ປະຊາຊົນ ຈຶ່ງຈະສອດຄ່ອງຕາມນະໂຍບາຍຂອງພັກ-ລັດວາງອອກ


ທ່ານ ນາງ ຈັນສະໝອນ ອິນທິລາດ ປະທານຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງໄຊບູລີ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງແຂວງສະຫວັນນະເຂດໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ3 ຂອງສະພາປະຊາຊົນແຂວງຊຸດທີ 2 ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ຄັ້ງວັນທີ 29 ກໍລະກົດ 2022 ກ່ຽວກັບການສົ່ງເສີມປູກອ້ອຍໃນຮູບແບບນະໂຍບາຍ(2+3) ພາຍໃນເມືອງໄຊບູລີ ເຊິ່ງພາກສ່ວນບໍລິສັດຜູ້ໃຫ້ທຶນທີ່ເຫັນວ່າຍັງບໍ່ຖືກຕ້ອງສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ: ຜ່ານການລົງເຄື່ອນໄຫວຕິດຕາມການຈັດຕັ້ງປະຕິບັດໃນຂໍ້ມູນຕົວຈິງຈາກປະຊາຊົນກ່ຽວກັບການສົ່ງເສີມການປູກອ້ອຍໃນຮູບແບບນະໂຍບາຍ (2+3) ຄື: ພາກສ່ວນປະຊາຊົນເປັນແຮງງານ ແລະ ເນື້ອທີ່ດິນເປັນຂອງຕົນເອງ. ສ່ວນບໍລິສັດແມ່ນ: ເປັນທຶນ,ເປັນວິຊາການ ແລະ ເປັນການຕະຫຼາດ. ຜ່ານການຈັດຕັ້ງປະຕິບັດຕົວຈິງຂອງບໍລິສັດເຫັນວ່າການສົ່ງເສີມການປູກອ້ອຍມີການຂະຫຍາຍຕົວຢ່າງຟົດຟື້ນຢ່າງກວ້າງຂວາງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກໃນສ່ວນໜຶ່ງ, ແຕ່ໃນການລົງກວດກາຕົວຈິງແລ້ວຍັງເຫັນວ່າບາງຈຸດບາງດ້ານເຊັ່ນ: ການສະໜອງແນວພັນ, ທຶນ ແລະ ອື່ນໆ ໃຫ້ແກ່ປະຊາຊົນລວມແລ້ວ ເປັນລັກສະນະປ່ອຍສິນເຊື່ອເຊັ່ນວ່າ: ທຶນທີ່ປູກອ້ອຍໄປ ແມ່ນໄດ້ຄິດໄລ່ດອກເບ້ຍ 6,5% ຕໍ່ປີ,ແນວພັນອ້ອຍ1ໂຕນຄິດໄລ່ເອົາ1ໂຕນເຄິ່ງ,ເຫັນວ່າບໍ່ຖືກຕ້ອງສອດຄ່ອງຕາມນະໂຍບາຍພັກ-ລັດວາງອອກ,ໃນຮູບແບບການລົງທຶນສົ່ງເສີມແບບມີສ່ວນຮ່ວມລະຫວ່າງບໍລີສັດກັບປະຊາຊົນ ດັ່ງຄຳຂວັນຂອງບໍລິສັດທີ່ວ່າ: ຮ່ວມຢູ່ຮ່ວມຈະເລີນ.
ສະນັ້ນສິ່ງທີ່ຄວນສົ່ງເສີມແມ່ນໃຫ້ບໍລິສັດຄວນມີນະໂຍບາຍໃຫ້ປະຊາຊົນຕື່ມ ທາງກົງ ແລະ ທາງອ້ອມ ບໍ່ວ່າຈະເປັນການສະໜອງທຶນ , ແນວພັນ ແລະ ອື່ນໆ, ສິ່ງທີ່ຄວນປັບປຸງກ່ຽວກັບສະພາບສິ່ງແວດລ້ອມໃນການໃຊ້ເຄມີເກີນຄ່າມາດຕະຖານ, ການບໍາບັດນໍ້າເສຍເພາະໃນຜ່ານມາມີສັດລ້ຽງປະຊາຊົນຢູ່ໃນຂອບເຂດບໍລິເວນໃກ້ສວນອ້ອຍ,ບໍ່ວ່າບໍລິສັດນ້ອຍກໍ່ຄືບໍລິສັດໃຫຍ່ໄດ້ມີຜົນກະທົບເປັນຕົ້ນ: ເກີດມີປາຕາຍໃນແຫຼ່ງນ້ຳທໍາມະຊາດ, ປະເພດງົວ-ຄວາຍເກີດມີການລຸລູກໃນໄລຍະຜ່ານມາ ການລົງທຶນແບບມີສ່ວນຮ່ວມຂອງປະຊາຊົນແບບ2+3ບໍລິສັດນີ້ບໍ່ຄິດໄລ່ແຮງງານ ແລະ ຄ່າທີ່ດິນຄືນໃຫ້ປະຊາຊົນ ສະນັ້ນສິ່ງທີ່ຄວນສົ່ງເສີມທາງບໍລິສັດຄວນຄິດໄລ່ຄ່າແຮງງານ ແລະ ຄ່າດິນຂອງປະຊາຊົນໃຫ້ໄດ້ຮັບຜົນປະໂຫຍດຕາມຄວາມເໝາະສົມ. ສິ່ງທີ່ຄວນປັງປຸງບໍລິສັດຄວນລົງທຶນໃໝ່.
ພ້ອມດຽວກັນນີ້ທ່ານຍັງໄດ້ຮຽກຮ້ອງ ແລະ ສະເໜີໃຫ້ທາງບໍລິສັດມີການຈັດກອງປະຊຸມຮ່ວມກັບຊາວສວນອ້ອຍໃນແຕ່ລະປີກ່ອນລະດູການຜະລິດພ້ອມທັງມີການແລກປ່ຽນບົດຮຽນເຊິ່ງກັນແລະກັນ, ເວລາບໍລິສັດຈະສົ່ງເສີມໃນປີຕໍ່ໄປຈະຕ້ອງສະເໜີໃຫ້ການນຳເມືອງໃຫ້ຮັບຮູ້ ແລະ ພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ,ຫ້ອງການຊັບພະຍາກອນແລະ ສິ່ງແວດລ້ອມເມືອງເປັນຕົ້ນ.
Cr:ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

วันอังคารที่ 28 มิถุนายน พ.ศ. 2565

ໄຊບູລີສໍາເລັດການປູຢາງຊັ້ນທີ 2 ເສັ້ນທາງ RR 6371

ເມືອງໄຊບູລີສໍາເລັດການປູຢາງຊັ້ນທີ 2 ເສັ້ນທາງ RR 6371


ໃນວັນທີ 26 ມິຖຸນາ 2022 ທີ່ຜ່ານມານີ້. ທ່ານ ອອ່ນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ທ່ານ ອໍາພອນ ສອນປະດິດ ປະທານບໍລິສັດ ວັນວິໄລກໍ່ສ້າງຂົວ-ທາງ ຈໍາກັດ, ທ່ານ ວັນໄຊ ສີປັດໃຈ ຫົວໜ້າຫ້ອງການ ຍທຂ ເມືອງໄຊບູລີ, ພະນັກງານຈາກພະແນກ ຍທຂ ແຂວງ ສະຫັວນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງ RR 6371 ແຕ່ 4 ແຍກບ້ານເຄືອເຂົາກາດ ເທດສະບານເມືອງໄຊບູລີ ຫາໂຮງໝໍເມືອງ ເປັນທາງເຂົ້າຫາບ້ານໝາກນາວ . ເສັ້ນທາງດັ່ງກ່າວແມ່ນໄດ້ລົງມືກໍ່ສ້າງ ແລະ ນໍາໃຊ້ໄດ້ແຕ່ເດືອນ ພຶດສະພາ ປີ 2021 ເປັນຕົ້ນມາ ແຕ່ໄດ້ປູຢາງພຽງຊັ້ນດຽວ. ທາງປູຢາງເສັ້ນນີ້ແມ່ນເລີ້ມແຕ່4ແຍກເທດສະບານເມືອງ ຫາໂຮງໝໍເມືອງມີຄວາມຍາວ 600 ແມັດ, ກວ້າງ 5 ແມັດ. ນໍາໃຊ້ທຶນ ຫງົບປະມານແຫ່ງລັດ 100% . ລວມມູນຄ່າການກໍ່ສ້າງ 500 ລ້ານກວ່າກີບ. ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວມີປະສິດທິພາບທີ່ສູງຂື້ນກ່ວາເກົ່າທາງບໍລິສັດ ວັນວິໄລກໍ່ສ້າງ ຂົວ-ທາງ ຈໍາກັດ ເຊິ່ງເປັນຜູ້ຮັບເໜົາກໍ່ສ້າງ ຈິ່ງໄດ້ລົງມືສືບຕໍ່ໂຄງການເກົ່າດ້ວຍການປູຢ່າງຊັ້ນທີ 2 ຕື່ມອີກ ໃນຄັ້ງວັນທີ 6 ມິຖຸນາ 2022 ຈົນສໍາເລັດ. ນອກຈາກນີ້ກໍ່ຍັງໄດ້ປູຢາງຊັ້ນທີ 2 ຕື່ມອີກຢູ່ຈຸດຕໍ່ໜ້າຫ້ອງວ່າການປົກຄອງເມືອງໄຊບູລີ ບໍລິເວນກະອູບຄໍາ ເຊິ່ງເປັນສັນຍາລັກຂອງເມືອງ ໄດ້ສໍາເລັດ 100%.

วันพฤหัสบดีที่ 7 เมษายน พ.ศ. 2565

ເມືອງໄຊບູລີ ປະກາດການຈັດຕັ້ງຄະນະກອງທຶນສາມັກຄີແນວລາວສ້າງຊາດ

ເມືອງໄຊບູລີ ປະກາດການຈັດຕັ້ງຄະນະກອງທຶນສາມັກຄີແນວລາວສ້າງຊາດບ້ານບົວໄຂ ແລະ ຄະນະຊີ້ນໍາກອງທຶນຂັ້ນເມືອງ
---------------------------------------------------------------------------
ໃນວັນທີ 7 ເມສາ 2022 ນີ້. ຢູ່ທີ່ວັດໂພໄຊໄຊຍະລາມ ບ້ານບົວໄຂ ເມືອງໄຊບູລີ ແຂວງ ສະຫັວນນະເຂດ. ໄດ້ຈັດພິທີປະກາດການຈັດຕັ້ງຄະນະກອງທຶນສາມັກຄີແນວລາວສ້າງຊາດບ້ານບົວໄຂ ແລະ ຄະນະຊີ້ນໍາກອງທຶນຂັ້ນເມືອງ ຢ່າງເປັນທາງການ ໂດຍການເຂົ້້າຮ່ວມເປັນປະທານຂອງ ທ່ານ ອອ່ນລໍາພັນ ບົວສີແກ້ວ  ເຈົ້້າເມືອງໆໄຊບູລີ. ທ່ານ ນາງ ສົມລານ ອິນທິສານ ປະທານ ແນວລາວສ້າງຊາດເມືອງໄຊບູລີ, ທ່ານ ສິນໄຊ ວົງລະຄອນ  ຮອງປະທານແນວລາວສ້າງຊາດແຂວງສະຫັວນນະເຂດ ທັງເປັນຜູ້ປະສານງານໂຄງການຊຸກຍູ້ສົ່ງເສີມ ການຜະລິດໃຫ້ເປັນສິນຄ້າ ຕິດພັນກັບການທ່ອງທ່ຽວ ແຂວງ ສະຫັວນນະເຂດ. ທ່ານ ກິແກ້ວ ບຸນເຊັງຊະນະວົງ ຄະນະຊີ້ນໍາໂຄງການ, ການຈັດຕັ້ງ ພ້ອມດວ້ຍຄະນະກອງທຶນບ້ານບົວໄຂ ແລະ ພາກສ່ວນກ່ຽຂ້ອງເຂົ້້າຮ່ວມ.
  ໃນພິທີ ດັ່ງກ່າວທ່ານ ນາງ ສົມລານ ອິນທິສານ ປະທານແນວລາວ ສ້າງຊາດເມືອງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈັ້າເມືອງໄຊບູລີ ວ່າດ້ວຍການອະນຸຍາດສ້າງຕັ້ງກອງທຶນບ້ານສາມັກຄີແນວລາວສ້າງຊາດ ສະບັບເລກທີ 186/ ຈມ.ຊບລ ລົງວັນທີ 4 ມີນາ 2022. ຜ່ານຂໍ້ຕົກລົງຂອງທ່ານເຈົ້້າເມືອງໄຊບູລີ ວ່າດ້ວຍການຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກອງທຶນບ້ານ ສະບັບເລກທີ 187 / ຈມ.ຊບລ ລົງວັນທີ 4 ມີນາ 2022. ເຈົ້າເມືອງໄຊບູລີ ຕົກລົງແຕ່ງຕັ້ງ ທ່ານປັນຍາ ໄຊຍະວົງ ຮອງນາຍບ້ານໆບົວໄຂ ເປັນປະທານ. ທ່ານ ບຸນທະວີ ບາລະມີ ປະທານ ແນວລາວສ້າງຊາດບ້ານ, ທ່ານ ນາງສົດ ພິມມະສານ ປະທານສະຫະພັນແມ່ຍິງບ້ານ, ທ່ານພອນເພັດ ວັນນະລາດ ເລຂາຊາວໜຸ່ມບ້ານ, ທ່ານອອ່ນສາ ອຸດົມນະຄອນສີ ຫົວໜ້າ ປກສ ບ້ານ ເປັນກໍາມະການ. ດ້ານທີ່ປຶກສາ ທ່ານ ອຸ່ນຄໍາ ໄຊຍະວົງ,  ທ່ານ ຄັນທະລີ ຈັນວັນເພັງ ເປັນເຈົ້າກົກເຈົ້າເຫຼົ່າ. ຄະນະກວດກາ ທ່ານ ໂງ່ນຄໍາ ເພັງສະໝຸດ ແລະ ທ່ານ ສັງວານ ບຸນມີ ຜູ້ຊົງຄຸນວຸດທິ. ຈາກນັ້ນກໍ່ໄດ້ມີການ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊບູລີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງທຶນແນວລາວສ້າງຊາດຂັ້ນເມືອງ ສະບັບເລກທີ  232 / ຈມ. ຊບລ ລົງວັນທີ 23 ມີນາ 2022 ເຈົ້າເມືອງໄຊບູລີ ຕົກລົງແຕ່ງຕັ້ງ ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ເປັນປະທານ, ທ່ານ ນາງສົມລານ ອິນທິສານ ປະທານແນວລາວສ້າງຊາດເມືອງ ເປັນຮອງປະທານ, ທ່ານຄໍາໝັ້ນ ສຸພີຫາລາດ ຫົວໜ້າຫ້ອງວ່າການປົກຄອງເມືອງ, ທ່ານ ບຸນຍູ້ ຈັນວິສຸດ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ, ທ່ານ ແກ້ວດວງຕາ ອິນທະວົງ ຫົວໜ້າຫ້ອງການ ຖວທ ເມືອງ, ທ່ານ ສຸວັນທອນ ທິບທິລາດ ຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າເມືອງ, ທ່ານຜູ້ຊີ້ນໍາກຸ່ມ, ທ່ານເລຂາ-ນາຍບ້ານ ເປັນກໍາມະການ. ແຕ່ງຕັ້ງຄະນະປະສານງານໂຄງການຂັ້ນເມືອງມີ:  ທ່ານ ນ ຄໍາຫຼ້າ ຈັນທະວົງສາ ຮອງປະທານແນວລາວ ສ້າງຊາດເມືອງ ເປັນຫົວໜ້າ, ທ່ານ ສິນທະໄລ ນິນນະໂສພາ ຮອງຫົວໜ້າຫ້ອງການ ກະສິກໍາ-ປ່າໄມ້ເມືອງ ເປັນຮອງ, ທ່ານ ນາງ ສຸກສະຫັວນ ໄຊຍະລາດ ຮອງຫົວໜ້າ ຫ້ອງການ ອຸດສາຫະກໍາການຄ້າເມືອງ, ທ່ານ ສີດໍາ ຄໍາທະຈັນ ຮອງຫົວໜ້າຫ້ອງການ ຖວທ ເມືອງ  ແລະ ທ່ານ ນາງຄໍາ ໜ້ວຍ ແກ້ວມະນີວົງ ຮອງຫົວໜ້າ ຫ້ອງວ່າການປົກຄອງເມືອງ ເປັນຄະນະ. ພາຍຫຼັງທີ່ໄດ້ມີການປະກາດລາຍຊື່ຄະນະກໍາມະການຂັ້ນບ້ານ ແລະ  ຂັ້ນເມືອງເປັນທີ່ຮຽບຮ້ອຍ ແລ້ວ ກໍ່ໄດ້ມີການ  ຜ່ານກົດລະບຽບຂອງກອງທຶນ ເຊິ່ງມີທັງ ໝົດ 9 ໝວດ 43 ມາດຕາ ພ້ອມທັງມອບ ປື້ມກົດລະບຽບດັ່ງກ່າວ ໃຫ້ ຄະນະກໍາມະການກອງທຶນເພື່ອ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານກອງທຶນໃຫ້ ມີປະສິທິພາບ ແລະ ປະສິດທິຜົນສູງ ປະສົບຜົນສໍາເລັດຕາມແນວທາງນະໂຍບາຍຂອງພັກ-ລັດທີ່ວາງໄວ້.

วันพฤหัสบดีที่ 10 มีนาคม พ.ศ. 2565

ສໍາເລັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍາມະບານ

ສະຫະພັນກໍາມະບານເມືອງໄຊບູລີ ສໍາເລັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍາມະບານ
ປີ 2021 ແລະ ທິດທາງແຜນການປີ 2022
--------------------------------------------
 ໃນວັນທີ 10 ມີນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງໄຊບູລີ ແຂວງສະຫັວນນະເຂດ. ຄະນະບໍລິຫານງານກໍາມະບານເມືອງໄຊບູລີ ໄດ້ຈັ້ດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍາມະບານເມືອງ ປີ 2021 ແລະ ວາງທິດທາງແຜນການປີ 2022 ຂື້ນຢ່າງເປັນທາງການພາຍໃຕ້ການເຂົ້້າຮ່ວມເປັນປະທານຂອງທ່ານ ນາງ ຈັນສະໝອນ ອິນທິລາດ ກໍາມະການປະຈໍາພັກເມືອງ ປະທານກວດກາ ລັດເມືອງ, ທ່ານບຸນມາ ໄຊຍະວົງສາ ກໍາມະການພັກເມືອງ ຫົວໜ້າ ຫ້ອງການສະຫະພັນກໍາມະບານເມືອງໄຊບູລີ,  ມີບັນດາທ່ານ ຄະນະບໍລິຫານງານກໍາມະບານ ແລະ ປະທານກໍາມະບານຮາກຖານເຂົ້້າຮ່ວມທັງໝົດ 33 ທ່ານ ຍິ່ງ 12 ທ່ານ. 
 ໃນກອງປະຊຸມດັ່ງກ່າວ ໄດ້ມີການຜ່ານ ບົດສະຫຼຸບການເຄື່ອນໄຫວວຽກງານກໍາມະບານເມືອງປີ 2021 ແລະ ທິດທາງແຜນການ ປີ 2022 ເຊິ່ງເຫັນວາ: ສະຫະພັນກໍາມະບານເມືອງເປັນຫ້ອງການໜຶ່ງທີ່ຂື້ນກັບອົງການຈັດຕັ້ງມະຫາຊົນ ເຊິ່ງໃນໄລຍະ 1 ປີຜ່ານມາສະຫະພັນກໍາມະບານເມືອງໄຊບູລີ ໄດ້ມີການເຄື່ອນໄຫວ ໂຄສະນາສຶກສາອົບຮົມທາງດ້ານ ການເມືອງແນວຄິດ ໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດດ້ວຍຄວາມເອົາໃຈໃສ່ , ມີຄວາມຮັບຜິດຊອບສູງໃນໜ້າທີ່ວຽກງານທີ່ທາງຂັ້ນເທິງມອບໝາຍໃຫ້. ໃນປະຈຸບັນທົ່ວເມືອງໄຊບູລີ ມີ ຄະນະບໍລິຫານງານສະຫະພັນກໍາມະບານເມືອງໄຊບູລີທັງໝົດ 16 ສະຫາຍ. ມີກໍາມະບານຮາກຖານ 27 ຮາກຖານ, ມີ 67 ໜ່ວຍກໍາມະບານ, ມີສະມາຊິກກໍາມະບານທັງໝົດ 957 ສະຫາຍ, ຍິງ 583 ສະຫາຍ, ສໍາເລັດການຈັດກອງປະຊຸມຂັ້ນຮາກຖານໄດ້ 2 ຮາກຖານ  ຮັບເງິນບໍາລຸງຈາກສະມາຊິກກໍາມະບານ ຈໍານວນ 19,728,000 ກີບ, ມອບເງິນບໍາລຸງສະມາຊິກກໍາມະບານໃຫ້ສະຫະພັນກໍາມະບານແຂວງຈໍານວນ 7,891,000 ກີບ. ສະຫະພັນກໍາມະບານເມືອງໄຊບູລີມີ 1 ກອງທຶນ ກຊທ ມີ ສະມາຊິກກອງທຶນ ທັງໝົດ 1,022 ສະຫາຍ, ຍິງ 518 ສະຫາຍ. ມີການເກັບເງິນແຮຂັ້ນເມືອງ 30,000 ກີບ/ ຄົນ ເປັນຈໍານວນເງິນທັງໝົດ 31,590,000 ກີບ, ຮັບເງິນຈາກສະມາຊິກກອງທຶນ ກຊທ ທັງໝົດ 666,063,000 ກີບ. ສໍາເລັດມອບ-ຮັບເງິນກອງທຶນ ກຊທ ໃຫ້ແຂວງ ແຕ່ເລກທີ 01- 72  ເປັນຈໍານວນເງິນ 606,117,000 ກີບ. ມອບເງິນໃຫ້ແກ່ສະມາຊິກກອງທຶນ ກຊທ ທີ່ເສຍຊີວິດ ທັງໝົດ 12 ຄົນ ລວມເປັນເງິນ 443,000,000 ກີບ, ມອບເງິນນະໂຍບາຍໃຫ້ສະມາຊິກກອງທຶນທີ່ ເຈັບເປັນ, ເກີດລູກ, ຜ່າຕັດ ຈໍານວນ 37,051,000 ກີບ. ຮັບເງິນ 9 % ຈາກສະຫະພັນກໍາມະບານແຂວງ ຈໍານວນ 59,946,000 ກີບ ຈ່າຍໃຫ້ຮາກຖານ 3%  ເປັນຈໍານວນເງິນ 19,981,000 ກີບ. ໃນປະຈຸບັນສະຫະພັນກໍາມະບານເມືອງມີຕົ້ນທຶນ ແລະ ດອກເບ້ຍທັງໝົດຈາກການປ່ອຍກູ້ ໃຫ້ສະມາຊິກກອງທຶນ ກຊທ  39,200,000 ກີບ, ຫ້ອງການສະຫະພັນກໍາມະບານເມືອງມີສະມາຊິກກໍາມະບານອາຊີບ ທັງໝົດ 22 ຄົນ ຍິງ 10 ຄົນ ມອບເງິນເຂົ້າຄັງກໍາມະບານອາຊີບໄດ້  9 ເລກທີ ຈໍານວນເງິນ  5,940,000 ກີບ, ຫ້ອງການກໍາມະບານເມືອງເຂົ້າເປັນສະມາຊິກກໍາມະບານ 8 ແຂວງ ພາກໃຕ້ທັງໝົດ 10 ຄົນຍິງ, 3 ຄົນ ມອບເງິນເຂົ້າຄັງກໍາມະບານແຂວງ 5 ເລກທີ ຈໍານວນເງິນ 2,500,000 ກີບ.ສ່ວນວຽກງານອື່ນໆ ກໍ່ໄດ້ມີການເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍ  ດ້ານທິດທາງແຜນການໃນປີ 2022 ຄະນະບໍລິຫານງານສະຫະພັນກໍາມະບານເມືອງຈະໄດ້ ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກກໍາມະບານ-ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ,  ເປັນເສນາທິການໃຫ້ການນໍາທຸກຂັ້ນ, ຊຸກຍູ້ໃຫ້ມີການຂະຫຍາຍສະມາຊິກກໍາມະບານ, ສະມາຊິກກອງທຶນ ກຊທ, ປະຕິບັດນະໂຍບາຍເຈັບເປັນເກີດລູກ, ຜ່າຕັດ, ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວ ສະມາຊິກກອງທຶນຜູ້ທີ່ເສຍຊີວິດໃຫ້ທ່ວງທັນຕາມກໍານົດເວລາ, ສືບຕໍ່ປ່ອຍເງິນກູ້ໃຫ້ສະມາຊິກກອງທຶນພັດທະນາ 1,000,000 ກີບຕໍ່ທຶນ. ຜັນຂະຫຍາຍເນື້ອໃນກອງປະຊຸມໃຫ່ຍຄັ້ງທີ 8 ຂອງຄະນະບໍລິຫານງານສະຫະພັນກໍາມະບານເມືອງ ໃຫ້ສະມາຊິກກໍາມະບານຮັບຮູ້ຢ່າງທົ່ວເຖິງ.ນອກຈາກນີ້ໃນກອງປະຊຸມຍັງໄດ້ມີການຄົ້ນຄວ້າປຶກສາຫາລືເປັນເອກກະພາບກັນໃນການຮັບຮອງເອົາຮ່າງບົດສະຫລຸບປີ 2021​ ແລະ​ ຮັບຮອງເອົາ​ ວຽກງານກອງທຶນ  ກຊທ ຈໍານວນ 80 ເລກທີ ໃນປີ 2022.

วันพฤหัสบดีที่ 3 มีนาคม พ.ศ. 2565

ລົງເຄື່ອນໄຫວ ຊຸກຍູ້ຂະບວນການ ສັກວັກຊິນປ້ອງກັນພະຍາດໂຄວິດ 19​ ຢູເມືອງໄຊບູລີ.

  ຫົວໜ້າກອງບັນຊາການ​ ປກສ​ ແຂວງ​ສະຫັວນນະເຂດ.ລົງເຄື່ອນໄຫວ ຊຸກຍູ້ຂະບວນການ ສັກວັກຊິນປ້ອງກັນພະຍາດໂຄວິດ 19​ ຢູເມືອງໄຊບູລີ.
-----------------------------------------------------------------------------------------------------------------------------
ໃນວັນທີ​ 3​ ມີນາ​ 2022​ ທີ່ຜ່ານມານີ້.​ທ່ານ​ ພັອ​ ສົມໝາຍ ພົມມະຈັນ​ ກໍາມະການປະຈໍາພັກແຂວງ​ ຫົວໜ້າກອງບັນຊາການ​ປກສ​ ແຂວງສະຫັວນນະເຂດ.​ ໄດ້ລົງເຄື່ອນໄຫວຊຸກຍູ້ຂະບວນການ ວສຊ​ ສັກວັກຊິນປ້ອງກັນພະຍາດໂຄວິດ 19​ຢູເມືອງໄຊບູລີ.​ ໂດຍໄດ້ສົມທົບກັບການນໍາເມືອງໄຊບູລີ ນໍາໂດຍ​ ທ່ານ​ອອ່ນລໍາພັນ​ ບົວສີແກ້ວ​ ກໍາມະການພັກແຂວງ​ ເລຂາພັກ ເມືອງ​ເຈົ້າເມືອງໄຊບູລີ,​ ທ່ານ​ດຣ​ ສຸລິວົງ ສີວໍລະວົງ ກໍາມະການພັກເມືອງ​ ຮອງເຈົ້າເມືອງໄຊບູລີ​ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ.​ ສະກັດກັ້ນ ແລະ​ແກ້ໄຂການ ແຜ່ລະບາດຂອງພະຍາດໂຄວິດ 19​ ຂັ້ນເມືອງ.
ໃນໂອກາດດັ່ງກ່າວ​ ທ່ານ​ ດຣ​ ສຸລິວົງ​ ສີວໍລະວົງ​ ກໍ່ໄດ້​ໃຫ້ກຽດ​ລາຍງານ​ສະພາບການ​ຈັດຕັ້ງປະຕິບັດ ມາດຕະຖານ​ປ້ອງກັນ​ສະກັດກັ້ນ​ ແລະ​ ແກ້ໄຂການ ແຜ່ລະບາດຂອງພະຍາດໂຄວິດ​ 19​ ຢູເມືອງໄຊບູລີ​ ໃນໄລຍະຜ່ານມາຈົນຮອດປະຈຸບັນ.​ໃນປະຈຸບັນ​ ທົ່ວເມືອງໄຊບູລີ ມີຜູ້ຕິດເຊື້ອໂຄວິດ ສະສົມ​ 189​ ກໍລະນີ.​ ໃນນັ້ນຊຸມຊົນ 80​ກໍລະນີ.​ ຈໍານວນບ້ານທີ່ເປັນບ້ານແດງຜ່ານມາມີ 18​ ບ້ານ.​ ປະຈຸບັນຍັງມີບ້ານແດງ 4​ ບ້ານ​ໃນນີ້ມີຜູ້ຕິດເຊື້ອ 4​ ກໍລະນີ.​ ສະເພາະ​ ຂະບວນການ​ ວສຊ​ ສັກວັກຊິນ ປ້ອງກັນພະຍາດໂຄວິດ 19​ ຢູ່ເມືອງໄຊບູລີ.​ ທີ່ໄດ້ເລີ້ມຈັດຕັ້ງປະຕິບັດ ແຕ່ວັນ 25​ ກຸມພາ​ 2022​.​ ຕາມແຜນຂອງພະແນກສາທາລະນະສຸກໂດຍໄດ້ມີການຈັດຕັ້ງປະຕິບັດຈຸດສັກວັກຊິນທັງໝົດໃນທົ່ວເມືອງ​90​ຈຸດສັກ.​ ມີທີມແພດໃຫ້ບໍລິການ 20​ທີມ.​ປະຕິບັດໃນໄລຍະ10​ ວັນ.ໄດ້ເຄື່ອນໄຫວແລ້ວ 53​ຈຸດສັກ.​ ກຸ່ມເປົ້າໝາຍ ແມ່ນເລີ້ມແຕ່ເກນ ອາຍຸ​ 6​ ປີຂື້ນໄປ ມີຈໍານວນ 58.504 ຄົນ.​ ເກນອາຍຸ 12​ ຫາ17ປີ ມີຈໍານວນ​7,352 ຄົນ.​ ເກນອາຍຸ​ 6​ ຫາ​ 11​ປີ​ມີຈໍານວນ​ 8,405 ຄົນ.​ ຜົນຂອງການສັກວັກຊິນແຕ່ວັນທີ 25​ ກຸມພາ​ ຫາ 2​ ມີນາ​ 2022.​ເຂັມ​ທີ1​ສັກໄດ້ 3,603 ຄົນ.​ເຂັມທີ 2​ສັກໄດ້​ 606 ຄົນ.​ ເຂັມທີ​ 3​ ສັກໄດ້​ 2.591 ຄົນ.​ ສະຫລຸບການສັກວັກຊິນ.​ໃນທົ່ວເມືອງ ເຂັມທີ​1​ໄດ້ທັງໝົດ 35.213 ຄົນ.​ ເທົ່າກັບ​54,6% ຂອງປະຊາກອນທັງໝົດ.​ ສັກວັກຊິນຄົບ2 ເຂັມ​ໄດ້​ 28.829 ຄົນ.​ ເທົ່າກັບ 43,7% ຂອງປະຊາກອນທັງໝົດ.​ສັກວັກຊິນຄົບ 3​ ເຂັມ​ (ເຂັມກະຕຸ້ນ)​ ໄດ້​5.448 ຄົນ.​ ເທົ່າກັບ​ 8% ຂອງປະຊາກອນທັງໝົດ.​ສໍາລັບວັກຊິນທີ່ນໍາມາສັກໃນຄັ້ງນີ້ປະກອບມີ: ວັກຊິນ ຊີໂນແວັກ( Sinovac)​ ສັກໃຫ້ເດັກອາຍຸ​ 6​ ຫາ11ປີ.​ ວັກຊິນຊີໂນຟາມ( Sinopharm)​ ແລະໄຟເຊີ້​ ( pfiZer)​ສໍາລັບເດັກອາຍຸ​ 12ຫາ17ປີ,​ ວັກຊິນ​ເອດສະຕາເຊເນກ້າ(Astrazeneca)​ ສັກໃຫ້ເກນອາຍຸ 18​ປີຂື້ນໄປ.​ ພາຍຫລັງທີ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບມາດຕະການປ້ອງກັນໂຄວິດ19 ຈາກ​ທ່ານ​ ດຣ​ສຸລິວົງ​ ສີວໍລະວົງ​ ເປັນທີ່ຮຽບຮ້ອຍແລ້ວ ການນໍາຂອງແຂວງ,​ ເມືອງ​ກໍ່ໄດ້​ ມີການ​ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ​ ກັນ​ໃນການ​ ໃນການ​ວ່າງ​ແຜນ​ແກ້ໄຂ​ບັນຫາການລະບາດຂອງພະຍາດໂຄວິດ 19​ ພາຍໃນເມືອງ​ ແລະ​ ພ້ອມພາກັນລົງ​ ເຄື່ືອນໄຫວຕິດຕາມຈຸດສັກວັກຊິນ 3​ ຈຸດຄື: ບ້ານກາງ.​ ໂຮງຮຽນປະຖົມສີໄຄ​ ​ແລະ​ ໂຮງຮຽນ​ປະຖົມ​ບຶງເຊ.​ ທຸກຈຸດ ແມ່ນເຫັນວ່າ ມີປະຊາຊົນ ມາຮັບວັກຊິນຢ່າງເປັນຂະບວນຟົດຟື້ນ.














วันพฤหัสบดีที่ 26 สิงหาคม พ.ศ. 2564

ເມືອງ ໄຊບູລີ​ປາຖະກະຖາ​ 3​ ວັນສຳຄັນຂອງຊາດ​

ເມືອງ ໄຊບູລີ​ປາຖະກະຖາ​ 3​ ວັນສຳຄັນຂອງຊາດ​ 

ເປັນຕົ້ນແມ່ນວັນລັດຖະທຳມະນູນ​ ແຫ່ງຊາດ 15​.​08.1991- 15.08.2021 ຄົບຮອບ​ 30​ ປີ,​ ວັນສ້າງຕັ້ງແນວລາວ​ສ້າງ​ຊາດ13.​08.1950 - 15.08.2021​ ຄົບຮອບ​71 ປີ, ວັນຢຶດອຳນາດທົ່ວປະເທດລາວ 23​ .​08.1945 - 23.08.2021 ຄົບຮອບ​76 ປີ​ ແລະ​ ວັນທີ​23.08 1975 -​23.08.2021​ ຄົບຮອບ​ 46​ປີ.​

ໂດຍການເປັນປະທານ ແລະ​ ປາຖະກະຖາວັນສຳຄັນດັ່ງກ່າວ ໂດຍແມ່ນ​ ທ່ານ​ ອ່ອນລຳພັນ​ ບົວສີແກ້ວ​ ກຳມະການພັກແຂວງ​ ເລຂາພັກ​ເມືອງ​ ເຈົ້າເມືອງໄຊບູລີ, ມີບັນດາ​ທ່ານ​ໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ,​ຫົວຫນ້າຫ້ອງການ ຄະນະຫ້ອງການ, ນາຍແລະພົນທະຫານ,​ນາຍ​ ແລະ​ ພົນຕຳຫລວດ,​ ສະມາຊິກພັກ, ພະນັກງານ​ ຕະຫລອດຮອດການຈັດຕັ້ງບ້ານ​ ອ້ອມຂ້າງເທດສະບານເຂົ້າຮ່ວມ.