แอกซ่ามอบโปรโมชั่นสุดคุ้มให้คุณเลือกรับได้ตามใจ เมื่อซื้อประกันมะเร็งออนไลน์ เจอแล้วจ่าย

วันเสาร์ที่ 30 กรกฎาคม พ.ศ. 2565

ການປູກອ້ອຍໃນຮູບແບບ (2+3) ຢູ່ເມືອງໄຊບູລີ ບໍລິສັດຄວນຄິດໄລ່ຄ່າແຮງງານ ແລະ ຄ່າທີ່ດິນຄືນໃຫ້ປະຊາຊົນ ຕາມນະໂຍບາຍຂອງພັກ-ລັດ

ການສົ່ງເສີມການປູກອ້ອຍໃນຮູບແບບ (2+3) ຢູ່ເມືອງໄຊບູລີ ພາກສ່ວນບໍລິສັດຄວນຄິດໄລ່ຄ່າແຮງງານ ແລະ ຄ່າທີ່ດິນຄືນໃຫ້ປະຊາຊົນ ຈຶ່ງຈະສອດຄ່ອງຕາມນະໂຍບາຍຂອງພັກ-ລັດວາງອອກ


ທ່ານ ນາງ ຈັນສະໝອນ ອິນທິລາດ ປະທານຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງໄຊບູລີ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງແຂວງສະຫວັນນະເຂດໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ3 ຂອງສະພາປະຊາຊົນແຂວງຊຸດທີ 2 ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ຄັ້ງວັນທີ 29 ກໍລະກົດ 2022 ກ່ຽວກັບການສົ່ງເສີມປູກອ້ອຍໃນຮູບແບບນະໂຍບາຍ(2+3) ພາຍໃນເມືອງໄຊບູລີ ເຊິ່ງພາກສ່ວນບໍລິສັດຜູ້ໃຫ້ທຶນທີ່ເຫັນວ່າຍັງບໍ່ຖືກຕ້ອງສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ: ຜ່ານການລົງເຄື່ອນໄຫວຕິດຕາມການຈັດຕັ້ງປະຕິບັດໃນຂໍ້ມູນຕົວຈິງຈາກປະຊາຊົນກ່ຽວກັບການສົ່ງເສີມການປູກອ້ອຍໃນຮູບແບບນະໂຍບາຍ (2+3) ຄື: ພາກສ່ວນປະຊາຊົນເປັນແຮງງານ ແລະ ເນື້ອທີ່ດິນເປັນຂອງຕົນເອງ. ສ່ວນບໍລິສັດແມ່ນ: ເປັນທຶນ,ເປັນວິຊາການ ແລະ ເປັນການຕະຫຼາດ. ຜ່ານການຈັດຕັ້ງປະຕິບັດຕົວຈິງຂອງບໍລິສັດເຫັນວ່າການສົ່ງເສີມການປູກອ້ອຍມີການຂະຫຍາຍຕົວຢ່າງຟົດຟື້ນຢ່າງກວ້າງຂວາງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກໃນສ່ວນໜຶ່ງ, ແຕ່ໃນການລົງກວດກາຕົວຈິງແລ້ວຍັງເຫັນວ່າບາງຈຸດບາງດ້ານເຊັ່ນ: ການສະໜອງແນວພັນ, ທຶນ ແລະ ອື່ນໆ ໃຫ້ແກ່ປະຊາຊົນລວມແລ້ວ ເປັນລັກສະນະປ່ອຍສິນເຊື່ອເຊັ່ນວ່າ: ທຶນທີ່ປູກອ້ອຍໄປ ແມ່ນໄດ້ຄິດໄລ່ດອກເບ້ຍ 6,5% ຕໍ່ປີ,ແນວພັນອ້ອຍ1ໂຕນຄິດໄລ່ເອົາ1ໂຕນເຄິ່ງ,ເຫັນວ່າບໍ່ຖືກຕ້ອງສອດຄ່ອງຕາມນະໂຍບາຍພັກ-ລັດວາງອອກ,ໃນຮູບແບບການລົງທຶນສົ່ງເສີມແບບມີສ່ວນຮ່ວມລະຫວ່າງບໍລີສັດກັບປະຊາຊົນ ດັ່ງຄຳຂວັນຂອງບໍລິສັດທີ່ວ່າ: ຮ່ວມຢູ່ຮ່ວມຈະເລີນ.
ສະນັ້ນສິ່ງທີ່ຄວນສົ່ງເສີມແມ່ນໃຫ້ບໍລິສັດຄວນມີນະໂຍບາຍໃຫ້ປະຊາຊົນຕື່ມ ທາງກົງ ແລະ ທາງອ້ອມ ບໍ່ວ່າຈະເປັນການສະໜອງທຶນ , ແນວພັນ ແລະ ອື່ນໆ, ສິ່ງທີ່ຄວນປັບປຸງກ່ຽວກັບສະພາບສິ່ງແວດລ້ອມໃນການໃຊ້ເຄມີເກີນຄ່າມາດຕະຖານ, ການບໍາບັດນໍ້າເສຍເພາະໃນຜ່ານມາມີສັດລ້ຽງປະຊາຊົນຢູ່ໃນຂອບເຂດບໍລິເວນໃກ້ສວນອ້ອຍ,ບໍ່ວ່າບໍລິສັດນ້ອຍກໍ່ຄືບໍລິສັດໃຫຍ່ໄດ້ມີຜົນກະທົບເປັນຕົ້ນ: ເກີດມີປາຕາຍໃນແຫຼ່ງນ້ຳທໍາມະຊາດ, ປະເພດງົວ-ຄວາຍເກີດມີການລຸລູກໃນໄລຍະຜ່ານມາ ການລົງທຶນແບບມີສ່ວນຮ່ວມຂອງປະຊາຊົນແບບ2+3ບໍລິສັດນີ້ບໍ່ຄິດໄລ່ແຮງງານ ແລະ ຄ່າທີ່ດິນຄືນໃຫ້ປະຊາຊົນ ສະນັ້ນສິ່ງທີ່ຄວນສົ່ງເສີມທາງບໍລິສັດຄວນຄິດໄລ່ຄ່າແຮງງານ ແລະ ຄ່າດິນຂອງປະຊາຊົນໃຫ້ໄດ້ຮັບຜົນປະໂຫຍດຕາມຄວາມເໝາະສົມ. ສິ່ງທີ່ຄວນປັງປຸງບໍລິສັດຄວນລົງທຶນໃໝ່.
ພ້ອມດຽວກັນນີ້ທ່ານຍັງໄດ້ຮຽກຮ້ອງ ແລະ ສະເໜີໃຫ້ທາງບໍລິສັດມີການຈັດກອງປະຊຸມຮ່ວມກັບຊາວສວນອ້ອຍໃນແຕ່ລະປີກ່ອນລະດູການຜະລິດພ້ອມທັງມີການແລກປ່ຽນບົດຮຽນເຊິ່ງກັນແລະກັນ, ເວລາບໍລິສັດຈະສົ່ງເສີມໃນປີຕໍ່ໄປຈະຕ້ອງສະເໜີໃຫ້ການນຳເມືອງໃຫ້ຮັບຮູ້ ແລະ ພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ,ຫ້ອງການຊັບພະຍາກອນແລະ ສິ່ງແວດລ້ອມເມືອງເປັນຕົ້ນ.
Cr:ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

ไม่มีความคิดเห็น:

แสดงความคิดเห็น