ຫົວໜ້າກອງບັນຊາການ ປກສ ແຂວງສະຫັວນນະເຂດ.ລົງເຄື່ອນໄຫວ ຊຸກຍູ້ຂະບວນການ ສັກວັກຊິນປ້ອງກັນພະຍາດໂຄວິດ 19 ຢູເມືອງໄຊບູລີ.
-----------------------------------------------------------------------------------------------------------------------------
ໃນວັນທີ 3 ມີນາ 2022 ທີ່ຜ່ານມານີ້.ທ່ານ ພັອ ສົມໝາຍ ພົມມະຈັນ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການປກສ ແຂວງສະຫັວນນະເຂດ. ໄດ້ລົງເຄື່ອນໄຫວຊຸກຍູ້ຂະບວນການ ວສຊ ສັກວັກຊິນປ້ອງກັນພະຍາດໂຄວິດ 19ຢູເມືອງໄຊບູລີ. ໂດຍໄດ້ສົມທົບກັບການນໍາເມືອງໄຊບູລີ ນໍາໂດຍ ທ່ານອອ່ນລໍາພັນ ບົວສີແກ້ວ ກໍາມະການພັກແຂວງ ເລຂາພັກ ເມືອງເຈົ້າເມືອງໄຊບູລີ, ທ່ານດຣ ສຸລິວົງ ສີວໍລະວົງ ກໍາມະການພັກເມືອງ ຮອງເຈົ້າເມືອງໄຊບູລີ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ. ສະກັດກັ້ນ ແລະແກ້ໄຂການ ແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນເມືອງ.
ໃນໂອກາດດັ່ງກ່າວ ທ່ານ ດຣ ສຸລິວົງ ສີວໍລະວົງ ກໍ່ໄດ້ໃຫ້ກຽດລາຍງານສະພາບການຈັດຕັ້ງປະຕິບັດ ມາດຕະຖານປ້ອງກັນສະກັດກັ້ນ ແລະ ແກ້ໄຂການ ແຜ່ລະບາດຂອງພະຍາດໂຄວິດ 19 ຢູເມືອງໄຊບູລີ ໃນໄລຍະຜ່ານມາຈົນຮອດປະຈຸບັນ.ໃນປະຈຸບັນ ທົ່ວເມືອງໄຊບູລີ ມີຜູ້ຕິດເຊື້ອໂຄວິດ ສະສົມ 189 ກໍລະນີ. ໃນນັ້ນຊຸມຊົນ 80ກໍລະນີ. ຈໍານວນບ້ານທີ່ເປັນບ້ານແດງຜ່ານມາມີ 18 ບ້ານ. ປະຈຸບັນຍັງມີບ້ານແດງ 4 ບ້ານໃນນີ້ມີຜູ້ຕິດເຊື້ອ 4 ກໍລະນີ. ສະເພາະ ຂະບວນການ ວສຊ ສັກວັກຊິນ ປ້ອງກັນພະຍາດໂຄວິດ 19 ຢູ່ເມືອງໄຊບູລີ. ທີ່ໄດ້ເລີ້ມຈັດຕັ້ງປະຕິບັດ ແຕ່ວັນ 25 ກຸມພາ 2022. ຕາມແຜນຂອງພະແນກສາທາລະນະສຸກໂດຍໄດ້ມີການຈັດຕັ້ງປະຕິບັດຈຸດສັກວັກຊິນທັງໝົດໃນທົ່ວເມືອງ90ຈຸດສັກ. ມີທີມແພດໃຫ້ບໍລິການ 20ທີມ.ປະຕິບັດໃນໄລຍະ10 ວັນ.ໄດ້ເຄື່ອນໄຫວແລ້ວ 53ຈຸດສັກ. ກຸ່ມເປົ້າໝາຍ ແມ່ນເລີ້ມແຕ່ເກນ ອາຍຸ 6 ປີຂື້ນໄປ ມີຈໍານວນ 58.504 ຄົນ. ເກນອາຍຸ 12 ຫາ17ປີ ມີຈໍານວນ7,352 ຄົນ. ເກນອາຍຸ 6 ຫາ 11ປີມີຈໍານວນ 8,405 ຄົນ. ຜົນຂອງການສັກວັກຊິນແຕ່ວັນທີ 25 ກຸມພາ ຫາ 2 ມີນາ 2022.ເຂັມທີ1ສັກໄດ້ 3,603 ຄົນ.ເຂັມທີ 2ສັກໄດ້ 606 ຄົນ. ເຂັມທີ 3 ສັກໄດ້ 2.591 ຄົນ. ສະຫລຸບການສັກວັກຊິນ.ໃນທົ່ວເມືອງ ເຂັມທີ1ໄດ້ທັງໝົດ 35.213 ຄົນ. ເທົ່າກັບ54,6% ຂອງປະຊາກອນທັງໝົດ. ສັກວັກຊິນຄົບ2 ເຂັມໄດ້ 28.829 ຄົນ. ເທົ່າກັບ 43,7% ຂອງປະຊາກອນທັງໝົດ.ສັກວັກຊິນຄົບ 3 ເຂັມ (ເຂັມກະຕຸ້ນ) ໄດ້5.448 ຄົນ. ເທົ່າກັບ 8% ຂອງປະຊາກອນທັງໝົດ.ສໍາລັບວັກຊິນທີ່ນໍາມາສັກໃນຄັ້ງນີ້ປະກອບມີ: ວັກຊິນ ຊີໂນແວັກ( Sinovac) ສັກໃຫ້ເດັກອາຍຸ 6 ຫາ11ປີ. ວັກຊິນຊີໂນຟາມ( Sinopharm) ແລະໄຟເຊີ້ ( pfiZer)ສໍາລັບເດັກອາຍຸ 12ຫາ17ປີ, ວັກຊິນເອດສະຕາເຊເນກ້າ(Astrazeneca) ສັກໃຫ້ເກນອາຍຸ 18ປີຂື້ນໄປ. ພາຍຫລັງທີ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບມາດຕະການປ້ອງກັນໂຄວິດ19 ຈາກທ່ານ ດຣສຸລິວົງ ສີວໍລະວົງ ເປັນທີ່ຮຽບຮ້ອຍແລ້ວ ການນໍາຂອງແຂວງ, ເມືອງກໍ່ໄດ້ ມີການແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນໃນການ ໃນການວ່າງແຜນແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ 19 ພາຍໃນເມືອງ ແລະ ພ້ອມພາກັນລົງ ເຄື່ືອນໄຫວຕິດຕາມຈຸດສັກວັກຊິນ 3 ຈຸດຄື: ບ້ານກາງ. ໂຮງຮຽນປະຖົມສີໄຄ ແລະ ໂຮງຮຽນປະຖົມບຶງເຊ. ທຸກຈຸດ ແມ່ນເຫັນວ່າ ມີປະຊາຊົນ ມາຮັບວັກຊິນຢ່າງເປັນຂະບວນຟົດຟື້ນ.
ไม่มีความคิดเห็น:
แสดงความคิดเห็น