ເມືອງໄຊບູລີ ປະກາດການຈັດຕັ້ງຄະນະກອງທຶນສາມັກຄີແນວລາວສ້າງຊາດບ້ານບົວໄຂ ແລະ ຄະນະຊີ້ນໍາກອງທຶນຂັ້ນເມືອງ
---------------------------------------------------------------------------
ໃນວັນທີ 7 ເມສາ 2022 ນີ້. ຢູ່ທີ່ວັດໂພໄຊໄຊຍະລາມ ບ້ານບົວໄຂ ເມືອງໄຊບູລີ ແຂວງ ສະຫັວນນະເຂດ. ໄດ້ຈັດພິທີປະກາດການຈັດຕັ້ງຄະນະກອງທຶນສາມັກຄີແນວລາວສ້າງຊາດບ້ານບົວໄຂ ແລະ ຄະນະຊີ້ນໍາກອງທຶນຂັ້ນເມືອງ ຢ່າງເປັນທາງການ ໂດຍການເຂົ້້າຮ່ວມເປັນປະທານຂອງ ທ່ານ ອອ່ນລໍາພັນ ບົວສີແກ້ວ ເຈົ້້າເມືອງໆໄຊບູລີ. ທ່ານ ນາງ ສົມລານ ອິນທິສານ ປະທານ ແນວລາວສ້າງຊາດເມືອງໄຊບູລີ, ທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງສະຫັວນນະເຂດ ທັງເປັນຜູ້ປະສານງານໂຄງການຊຸກຍູ້ສົ່ງເສີມ ການຜະລິດໃຫ້ເປັນສິນຄ້າ ຕິດພັນກັບການທ່ອງທ່ຽວ ແຂວງ ສະຫັວນນະເຂດ. ທ່ານ ກິແກ້ວ ບຸນເຊັງຊະນະວົງ ຄະນະຊີ້ນໍາໂຄງການ, ການຈັດຕັ້ງ ພ້ອມດວ້ຍຄະນະກອງທຶນບ້ານບົວໄຂ ແລະ ພາກສ່ວນກ່ຽຂ້ອງເຂົ້້າຮ່ວມ.
ໃນພິທີ ດັ່ງກ່າວທ່ານ ນາງ ສົມລານ ອິນທິສານ ປະທານແນວລາວ ສ້າງຊາດເມືອງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈັ້າເມືອງໄຊບູລີ ວ່າດ້ວຍການອະນຸຍາດສ້າງຕັ້ງກອງທຶນບ້ານສາມັກຄີແນວລາວສ້າງຊາດ ສະບັບເລກທີ 186/ ຈມ.ຊບລ ລົງວັນທີ 4 ມີນາ 2022. ຜ່ານຂໍ້ຕົກລົງຂອງທ່ານເຈົ້້າເມືອງໄຊບູລີ ວ່າດ້ວຍການຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກອງທຶນບ້ານ ສະບັບເລກທີ 187 / ຈມ.ຊບລ ລົງວັນທີ 4 ມີນາ 2022. ເຈົ້າເມືອງໄຊບູລີ ຕົກລົງແຕ່ງຕັ້ງ ທ່ານປັນຍາ ໄຊຍະວົງ ຮອງນາຍບ້ານໆບົວໄຂ ເປັນປະທານ. ທ່ານ ບຸນທະວີ ບາລະມີ ປະທານ ແນວລາວສ້າງຊາດບ້ານ, ທ່ານ ນາງສົດ ພິມມະສານ ປະທານສະຫະພັນແມ່ຍິງບ້ານ, ທ່ານພອນເພັດ ວັນນະລາດ ເລຂາຊາວໜຸ່ມບ້ານ, ທ່ານອອ່ນສາ ອຸດົມນະຄອນສີ ຫົວໜ້າ ປກສ ບ້ານ ເປັນກໍາມະການ. ດ້ານທີ່ປຶກສາ ທ່ານ ອຸ່ນຄໍາ ໄຊຍະວົງ, ທ່ານ ຄັນທະລີ ຈັນວັນເພັງ ເປັນເຈົ້າກົກເຈົ້າເຫຼົ່າ. ຄະນະກວດກາ ທ່ານ ໂງ່ນຄໍາ ເພັງສະໝຸດ ແລະ ທ່ານ ສັງວານ ບຸນມີ ຜູ້ຊົງຄຸນວຸດທິ. ຈາກນັ້ນກໍ່ໄດ້ມີການ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊບູລີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງທຶນແນວລາວສ້າງຊາດຂັ້ນເມືອງ ສະບັບເລກທີ 232 / ຈມ. ຊບລ ລົງວັນທີ 23 ມີນາ 2022 ເຈົ້າເມືອງໄຊບູລີ ຕົກລົງແຕ່ງຕັ້ງ ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ເປັນປະທານ, ທ່ານ ນາງສົມລານ ອິນທິສານ ປະທານແນວລາວສ້າງຊາດເມືອງ ເປັນຮອງປະທານ, ທ່ານຄໍາໝັ້ນ ສຸພີຫາລາດ ຫົວໜ້າຫ້ອງວ່າການປົກຄອງເມືອງ, ທ່ານ ບຸນຍູ້ ຈັນວິສຸດ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ, ທ່ານ ແກ້ວດວງຕາ ອິນທະວົງ ຫົວໜ້າຫ້ອງການ ຖວທ ເມືອງ, ທ່ານ ສຸວັນທອນ ທິບທິລາດ ຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າເມືອງ, ທ່ານຜູ້ຊີ້ນໍາກຸ່ມ, ທ່ານເລຂາ-ນາຍບ້ານ ເປັນກໍາມະການ. ແຕ່ງຕັ້ງຄະນະປະສານງານໂຄງການຂັ້ນເມືອງມີ: ທ່ານ ນ ຄໍາຫຼ້າ ຈັນທະວົງສາ ຮອງປະທານແນວລາວ ສ້າງຊາດເມືອງ ເປັນຫົວໜ້າ, ທ່ານ ສິນທະໄລ ນິນນະໂສພາ ຮອງຫົວໜ້າຫ້ອງການ ກະສິກໍາ-ປ່າໄມ້ເມືອງ ເປັນຮອງ, ທ່ານ ນາງ ສຸກສະຫັວນ ໄຊຍະລາດ ຮອງຫົວໜ້າ ຫ້ອງການ ອຸດສາຫະກໍາການຄ້າເມືອງ, ທ່ານ ສີດໍາ ຄໍາທະຈັນ ຮອງຫົວໜ້າຫ້ອງການ ຖວທ ເມືອງ ແລະ ທ່ານ ນາງຄໍາ ໜ້ວຍ ແກ້ວມະນີວົງ ຮອງຫົວໜ້າ ຫ້ອງວ່າການປົກຄອງເມືອງ ເປັນຄະນະ. ພາຍຫຼັງທີ່ໄດ້ມີການປະກາດລາຍຊື່ຄະນະກໍາມະການຂັ້ນບ້ານ ແລະ ຂັ້ນເມືອງເປັນທີ່ຮຽບຮ້ອຍ ແລ້ວ ກໍ່ໄດ້ມີການ ຜ່ານກົດລະບຽບຂອງກອງທຶນ ເຊິ່ງມີທັງ ໝົດ 9 ໝວດ 43 ມາດຕາ ພ້ອມທັງມອບ ປື້ມກົດລະບຽບດັ່ງກ່າວ ໃຫ້ ຄະນະກໍາມະການກອງທຶນເພື່ອ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານກອງທຶນໃຫ້ ມີປະສິທິພາບ ແລະ ປະສິດທິຜົນສູງ ປະສົບຜົນສໍາເລັດຕາມແນວທາງນະໂຍບາຍຂອງພັກ-ລັດທີ່ວາງໄວ້.
ไม่มีความคิดเห็น:
แสดงความคิดเห็น