ເພື່ອເຮັດໃຫ້ການຄຸມຄອງ ກຸ່ມເກັບຊື້ມັນຕົ້ນເປັນໄປຕາມລະບຽບກົດໝາຍ ເພື່ອ ປົກປ້ອງສິດຜົນປະໂຫຍດຂອງຊາວສວນມັນ ແລະ ກຸ່ມເກັບຊື້ມັນຕົ້ນພາຍໃນເມືອງໄຊບູລີໃຫ້ສອດຄອງກັບແນວທາງນະໂຍບາຍຂອງພັກ-ລັດ.
ສະນັ້ນມາໃນຕອນເຊົ້າຂອງວັນທີ 9 ກັນຍາ 2022 ທີ່ຜ່ານມານີ້. ຢູ່ທີ່ ຫ້ອງປະຊຸມຊັ້ນ2 ຫ້ອງວ່າການປົກຄອງເມືອງໄຊບູລີ ແຂວງ ສະຫັວນນະເຂດ. ຫ້ອງວ່າການປົກຄອງເມືອງ ຈິ່ງໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງກຸ່ມເກັບຊື້ມັນຕົ້ນພາຍໃນເມືອງຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ຜູ້ຊີ້ນໍາວຽກງານເສດຖະກິດ. ທ່ານ ຄໍາມອນ ທິລາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫັວນນະເຂດ. ຫົວໜ້າຫ້ອງວ່າການປົກຄອງເມືອງ ໄຊບູລີ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊບູລີ, ຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າເມືອງ, ຫົວໜ້າຫ້ອງການ-ການເງິນ ເມືອງ, ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ມີການ ສະແດງຄໍາຄິດ- ຄໍາເຫັນ ຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊູມໃນຫົວຂໍ້ ກ່ຽວກັບການຄຸ້ມຄອງຜູ້ປະກອບການເກັບຊື້ມັນຕົ້ນພາຍໃນເມືອງໄຊບູລີ. ໃນປະຈຸບັນ ທົ່ວເມືອງໄຊບູລີມີ ກຸ່ມປູກມັນຕົ້ນທັງໝົດ 7 ກຸ່ມ. ມີກຸ່ມເກັບຊື້ມັນຕົ້ນ 1 ກຸ່ມ ເຊິ່ງໃນໄລຍະຜ່ານມາເຫັນວ່າການເກັບຊື້ມັນຕົ້ນພາຍໃນເມືອງຍັງຂາດການຄຸ້ມຄອງຢ່າງເປັນລະບົບຈາກພາກລັດ ຈິ່ງເຮັດໃຫ້ພົບກັບຄວາມຫຍຸ້ງຍາກໃນການຊຸກຍູ້ສົ່ງເສີມຈາກພາກລັດ. ຜ່ານກອງປະຊຸມປຶກສາຫາລືກັນໄດ້ເຫັນດີເປັນເອກະພາບ ວາງແຜນລົງເຄື່ອນໄຫວຕິດຕາມກວດກາເອກກະສານຕ່າງໆ ທີ່ພາກລັດອະນຸຍາດໃຫ້ລານມັນແຕ່ລະລານເກັບຊື້ມັນຕົ້ນວ່າຖືກຕ້ອງຄົບຖ້ວນຕາມລະບຽບການ ຫຼື ບໍ່ . ຈາກນັ້ນ ໃຫ້ຈັດກອງປະຊຸມວາງແຜນການເຄືອນໄຫວເກັບຊື້ມັນຕົ້ນທົ່ວເມືອງ ປະຈໍາປີ 2022-2023 ຮ່ວມກັນ ລະຫວ່າງ ພາກລັດ ແລະ ຜູ້ປະກອບການ ເກັບຊື້ມັນຕົ້ນໃນທົ່ວເມືອງໄຊບູລີ.
ไม่มีความคิดเห็น:
แสดงความคิดเห็น