ສະຫະພັນກໍາມະບານເມືອງໄຊບູລີ ສໍາເລັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍາມະບານ
ປີ 2021 ແລະ ທິດທາງແຜນການປີ 2022
--------------------------------------------
ໃນວັນທີ 10 ມີນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງໄຊບູລີ ແຂວງສະຫັວນນະເຂດ. ຄະນະບໍລິຫານງານກໍາມະບານເມືອງໄຊບູລີ ໄດ້ຈັ້ດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍາມະບານເມືອງ ປີ 2021 ແລະ ວາງທິດທາງແຜນການປີ 2022 ຂື້ນຢ່າງເປັນທາງການພາຍໃຕ້ການເຂົ້້າຮ່ວມເປັນປະທານຂອງທ່ານ ນາງ ຈັນສະໝອນ ອິນທິລາດ ກໍາມະການປະຈໍາພັກເມືອງ ປະທານກວດກາ ລັດເມືອງ, ທ່ານບຸນມາ ໄຊຍະວົງສາ ກໍາມະການພັກເມືອງ ຫົວໜ້າ ຫ້ອງການສະຫະພັນກໍາມະບານເມືອງໄຊບູລີ, ມີບັນດາທ່ານ ຄະນະບໍລິຫານງານກໍາມະບານ ແລະ ປະທານກໍາມະບານຮາກຖານເຂົ້້າຮ່ວມທັງໝົດ 33 ທ່ານ ຍິ່ງ 12 ທ່ານ.
ໃນກອງປະຊຸມດັ່ງກ່າວ ໄດ້ມີການຜ່ານ ບົດສະຫຼຸບການເຄື່ອນໄຫວວຽກງານກໍາມະບານເມືອງປີ 2021 ແລະ ທິດທາງແຜນການ ປີ 2022 ເຊິ່ງເຫັນວາ: ສະຫະພັນກໍາມະບານເມືອງເປັນຫ້ອງການໜຶ່ງທີ່ຂື້ນກັບອົງການຈັດຕັ້ງມະຫາຊົນ ເຊິ່ງໃນໄລຍະ 1 ປີຜ່ານມາສະຫະພັນກໍາມະບານເມືອງໄຊບູລີ ໄດ້ມີການເຄື່ອນໄຫວ ໂຄສະນາສຶກສາອົບຮົມທາງດ້ານ ການເມືອງແນວຄິດ ໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດດ້ວຍຄວາມເອົາໃຈໃສ່ , ມີຄວາມຮັບຜິດຊອບສູງໃນໜ້າທີ່ວຽກງານທີ່ທາງຂັ້ນເທິງມອບໝາຍໃຫ້. ໃນປະຈຸບັນທົ່ວເມືອງໄຊບູລີ ມີ ຄະນະບໍລິຫານງານສະຫະພັນກໍາມະບານເມືອງໄຊບູລີທັງໝົດ 16 ສະຫາຍ. ມີກໍາມະບານຮາກຖານ 27 ຮາກຖານ, ມີ 67 ໜ່ວຍກໍາມະບານ, ມີສະມາຊິກກໍາມະບານທັງໝົດ 957 ສະຫາຍ, ຍິງ 583 ສະຫາຍ, ສໍາເລັດການຈັດກອງປະຊຸມຂັ້ນຮາກຖານໄດ້ 2 ຮາກຖານ ຮັບເງິນບໍາລຸງຈາກສະມາຊິກກໍາມະບານ ຈໍານວນ 19,728,000 ກີບ, ມອບເງິນບໍາລຸງສະມາຊິກກໍາມະບານໃຫ້ສະຫະພັນກໍາມະບານແຂວງຈໍານວນ 7,891,000 ກີບ. ສະຫະພັນກໍາມະບານເມືອງໄຊບູລີມີ 1 ກອງທຶນ ກຊທ ມີ ສະມາຊິກກອງທຶນ ທັງໝົດ 1,022 ສະຫາຍ, ຍິງ 518 ສະຫາຍ. ມີການເກັບເງິນແຮຂັ້ນເມືອງ 30,000 ກີບ/ ຄົນ ເປັນຈໍານວນເງິນທັງໝົດ 31,590,000 ກີບ, ຮັບເງິນຈາກສະມາຊິກກອງທຶນ ກຊທ ທັງໝົດ 666,063,000 ກີບ. ສໍາເລັດມອບ-ຮັບເງິນກອງທຶນ ກຊທ ໃຫ້ແຂວງ ແຕ່ເລກທີ 01- 72 ເປັນຈໍານວນເງິນ 606,117,000 ກີບ. ມອບເງິນໃຫ້ແກ່ສະມາຊິກກອງທຶນ ກຊທ ທີ່ເສຍຊີວິດ ທັງໝົດ 12 ຄົນ ລວມເປັນເງິນ 443,000,000 ກີບ, ມອບເງິນນະໂຍບາຍໃຫ້ສະມາຊິກກອງທຶນທີ່ ເຈັບເປັນ, ເກີດລູກ, ຜ່າຕັດ ຈໍານວນ 37,051,000 ກີບ. ຮັບເງິນ 9 % ຈາກສະຫະພັນກໍາມະບານແຂວງ ຈໍານວນ 59,946,000 ກີບ ຈ່າຍໃຫ້ຮາກຖານ 3% ເປັນຈໍານວນເງິນ 19,981,000 ກີບ. ໃນປະຈຸບັນສະຫະພັນກໍາມະບານເມືອງມີຕົ້ນທຶນ ແລະ ດອກເບ້ຍທັງໝົດຈາກການປ່ອຍກູ້ ໃຫ້ສະມາຊິກກອງທຶນ ກຊທ 39,200,000 ກີບ, ຫ້ອງການສະຫະພັນກໍາມະບານເມືອງມີສະມາຊິກກໍາມະບານອາຊີບ ທັງໝົດ 22 ຄົນ ຍິງ 10 ຄົນ ມອບເງິນເຂົ້າຄັງກໍາມະບານອາຊີບໄດ້ 9 ເລກທີ ຈໍານວນເງິນ 5,940,000 ກີບ, ຫ້ອງການກໍາມະບານເມືອງເຂົ້າເປັນສະມາຊິກກໍາມະບານ 8 ແຂວງ ພາກໃຕ້ທັງໝົດ 10 ຄົນຍິງ, 3 ຄົນ ມອບເງິນເຂົ້າຄັງກໍາມະບານແຂວງ 5 ເລກທີ ຈໍານວນເງິນ 2,500,000 ກີບ.ສ່ວນວຽກງານອື່ນໆ ກໍ່ໄດ້ມີການເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍ ດ້ານທິດທາງແຜນການໃນປີ 2022 ຄະນະບໍລິຫານງານສະຫະພັນກໍາມະບານເມືອງຈະໄດ້ ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກກໍາມະບານ-ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ, ເປັນເສນາທິການໃຫ້ການນໍາທຸກຂັ້ນ, ຊຸກຍູ້ໃຫ້ມີການຂະຫຍາຍສະມາຊິກກໍາມະບານ, ສະມາຊິກກອງທຶນ ກຊທ, ປະຕິບັດນະໂຍບາຍເຈັບເປັນເກີດລູກ, ຜ່າຕັດ, ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວ ສະມາຊິກກອງທຶນຜູ້ທີ່ເສຍຊີວິດໃຫ້ທ່ວງທັນຕາມກໍານົດເວລາ, ສືບຕໍ່ປ່ອຍເງິນກູ້ໃຫ້ສະມາຊິກກອງທຶນພັດທະນາ 1,000,000 ກີບຕໍ່ທຶນ. ຜັນຂະຫຍາຍເນື້ອໃນກອງປະຊຸມໃຫ່ຍຄັ້ງທີ 8 ຂອງຄະນະບໍລິຫານງານສະຫະພັນກໍາມະບານເມືອງ ໃຫ້ສະມາຊິກກໍາມະບານຮັບຮູ້ຢ່າງທົ່ວເຖິງ.ນອກຈາກນີ້ໃນກອງປະຊຸມຍັງໄດ້ມີການຄົ້ນຄວ້າປຶກສາຫາລືເປັນເອກກະພາບກັນໃນການຮັບຮອງເອົາຮ່າງບົດສະຫລຸບປີ 2021 ແລະ ຮັບຮອງເອົາ ວຽກງານກອງທຶນ ກຊທ ຈໍານວນ 80 ເລກທີ ໃນປີ 2022.
ไม่มีความคิดเห็น:
แสดงความคิดเห็น