แอกซ่ามอบโปรโมชั่นสุดคุ้มให้คุณเลือกรับได้ตามใจ เมื่อซื้อประกันมะเร็งออนไลน์ เจอแล้วจ่าย

วันศุกร์ที่ 5 กรกฎาคม พ.ศ. 2562

“ຮາກຜັກຕຳນິນ” ສາມາດແກ້ໄຂສະມັດຕະພາບທາງເພດຂອງ ຍິງ-ຊາຍ

“ຮາກຜັກຕຳນິນ” ສາມາດແກ້ໄຂສະມັດຕະພາບທາງເພດຂອງ ຍິງ-ຊາຍ ທີ່ເສື່ອມໃຫ້ດີຂື້ນຢ່າງໜ້າເຫຼືອເຊື້ອ…??

ຜັກຕຳນິນ ເປັນພືດຊະນິດໜຶ່ງທີ່ໃຫ້ຄຸນປະໂຫຍດທັງໃບຈົນເຖິງຮາກ ທີ່ເຊື່ອແນ່ວ່າຫຼາຍໆຄົນອາດ ຈະຍັງບໍ່ທັນຮູ້ເຖິງສັບພະຄຸນທີ່ຊຸກເຊື່ອງຢູ່ໃນພືດຊະນິດນີ້ ເຊັ່ນ: ຊ່ວຍບຳລຸງສາຍຕາ, ແກ້ເຈັບຫຼັງເຈັບ ແອວ, ຮັກສາ ແລະກະຊັບມົດລູກຂອງແມ່ຍິງ, ແກ້ສະມັດຕະະພາບທາງເພດເສື່ອມສຳລັບຜູ້ຊາຍ, ປັບອາ ລົມທາງຮ່າງກາຍ ແລະຈິດໃຈໃຫ້ສະໝ່ຳສະເໝີບໍ່ຫງຸດຫງິດງ່າຍ


ຖ້າຢາກໃຫ້ໄດ້ປະສິດທິພາບສູງ ຄວນເອົາສະເພາະແຕ່ຮາກຜັກຕຳນິນທີ່ຝັງໃນດິນເທົ່ານັ້ນ ບໍ່ແມ່ນ ຮາກທີ່ເລື້ອຍຢູ່ເທິງໜ້າດິນ, ສຳລັບ ຮາກຕຳນິນ ຍິ່ງແກ່ກໍຍິ່ງຈະເຮັດໃຫ້ມີຮາກທີ່ໃຫຍ່ ໂດຍຮາກຂອງຜັກ ຕຳນິນຈະຄ້າຍຄືໂສມ, ດັ່ງນັ້ນ ຈຶ່ງເຮັດໃຫ້ພືດຊະນິດນີ້ມີສັບພະຄຸນມະຫາສານ ຫາກໄດ້ປະສົມກັບນ້ຳເຜີ້ງ ແລະ ເຫຼົ້າຂາວ

ຂັ້ນຕອນໃນການເຮັດ: ໃຫ້ນຳເອົາຮາກຜັກຕຳນິນທີ່ຂຸດໄປລ້າງນ້ຳໃຫ້ສະອາດແລ້ວຂູດເອົາເປືອກ ອ້ອມນອກອອກ ຈາກນັ້ນນຳໄປຕາກແດດໃຫ້ແຫ້ງ ພໍຕາກແດດໃຫ້ແຫ້ງແລ້ວໃຫ້ເຮັດເລີຍບໍ່ໃຫ້ຄ້າງໄວ້ໃຫ້ ຖືກນ້ຳຝົນເດັດຂາດ ເພາະຈະເຮັດໃຫ້ເກີດເຊື້ອລາ ແລະເສຍປະໂຫຍດທີ່ບໍ່ສາມາດນຳມາໃຊ້ໄດ້ອີກແລ້ວ


ຈາກນັ້ນກໍນຳມາຕັດເປັນທ່ອນໃສ່ໃນກະຕຸກ ຫຼື ກ່ອງແກ້ວແລ້ວແຕ່ທີ່ມີ ຫຼື ຈະເປັນແກ້ວເຫຼົ້າເກົ່າກໍໄດ້ ໃສ່ໃຫ້ເຕັມແກ້ວເລີຍ, ຕາມດ້ວຍເຫຼົ້າຂາວເທົ່າໃດກໍໄດ້ແລ້ວແຕ່ຂະໜາດຂອງແກ້ວທີ່ເຮົານຳມາບັນຈຸ, ຈາກ ນັ້ນກໍໃສ່ນ້ຳເຜີ້ງແທ້ 1 ບ່ວງແກງ, ບໍ່ແນະນຳໃຫ້ໃສ່ນ້ຳເຜີ້ງຫຼາຍເພາະຈະເຮັດໃຫ້ລົດຊາດອອກມາຫວານ ລື່ນເວລາເອົາມາດື່ມຈະເຮັດໃຫ້ແສບຄໍ ແລະເກີດອາການຢາກຈາມ, ດັ່ງນັ້ນ ຄວນໃສ່ໃຫ້ພໍດີເພື່ອເປັນຢາ ເທົ່ານັ້ນພໍ


ຫຼັງຈາກນັ້ນ ດອງໄວ້ 45 ມື້ ພໍເມື່ອຄົບຕາມກຳນົດຈະເຮັດໃຫ້ມີກິ່ນທີ່ຫອມແລ້ວກິ່ນເຫຼົ້າຂາວຈະ ຫາຍໄປ, ສຳລັບຜູ້ຍິງແນະນຳໃຫ້ດື່ມມື້ລະ 1 ຈອກນ້ອຍ (ຈອກຍິ່ນເຫຼົ້າ) ໃນຕອນເຊົ້າຂະນະທີ່ທ້ອງວ່າງ, ສ່ວນຜູ້ຊາຍໃຫ້ດື່ມມື້ລພ 2 ຈອກນ້ອຍ ໃນຕອນເຊົ້າ ຂະນະທີ່ທ້ອງວ່າງ ແລະຕອນແລງ,

ເມື່ອດື່ມຈະຮູ້ ສຶກຮ້ອນໆໃນຮູຄໍ, ພໍດື່ມໄປເລື້ອຍໆ ຈະເຫັນຜົນເຖິງຄວາມປ່ຽນຢ່າງເຫັນໄດ້ແຈ້ງ, ດັ່ງນັ້ນ ຫາກໃຜມີບັນ ຫາສາຍຕາເບິ່ງບໍ່ຄ່ອຍເຫັນ, ເຈັບຫຼັງເຈັບແອວ ຫຼື ແມ່ນແຕ່ສະມັດຕະພາບທາງເພດເສື່ອມ ກໍຈະເຮັດໃຫ້ ກັບມາໃຊ້ງານໄດ້ປົກກະຕິ

ไม่มีความคิดเห็น:

แสดงความคิดเห็น