ເຜີຍ! ຄລິບນາທີພາຍຸທໍນາໂດ ຖະຫຼົ່ມເມືອງໄຄຢວນ ເສຍຊີວິດແລ້ວ 6 ລາຍ ເສຍຫາຍຍກວ່າ 3,600 ຫຼັງຄາເຮືອນ
ສຳນັກຂ່າວຕ່າງປະເທດລາຍງານເມື່ອ ວັນທີ່ 4 ກໍລະກົດ 2019 ວ່າສະພາບອາກາດແປປວນໃນເມືອງໄຄຢວນ ມົນທົນຫລຽວຫນິງ ທາງຕາເວັນອອກສຽງເຫນືອຂອງຈີນ ຫລັງປະເຊີນກັບ ພາຍຸທໍນາໂດ ທີ່ຄວາມໄວລົມກວ່າ 80 ກິໂລແມັດຕໍ່ຊົ່ວໂມງ ເຄື່ອນໂຕພັດຖະຫຼົ່ມເຂດພັດທະນາເສດຖະກິດໃຈກາງເມືອງເມື່ອເວລາ 17:15 ໂມງ ຂອງວັນທີ່ 3 ກໍລະກົດຕາມເວລາທ້ອງຖິ່ນ
ພາບຂ່າວ
ອິດທິພົນຂອງພາຍຸກໍ່ໃຫ້ເກີດຝົນຕົກຫນັກ ແລະລົມພັດແຮງສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງຫນ້ອຍ 6 ຄົນ ປະມານ 190 ຄົນໄດ້ຮັບບາດເຈັບ ອາຄານບ້ານເຮືອນປະມານ 3.600 ຫລັງພັງເສຍຫາຍ ແລະປະຊາຊົນເກືອບ 10.000 ຄົນໄດ້ຮັບຜົນກະທົບພາບຂ່າວ
ສຳນັກອຸຕຸນິຍົມວິທະຍາແຫ່ງຊາດຈີນລະບຸວ່າ ພາຍຸທໍນາໂດເກີດຂື້ນຫນ້ອຍຫລາຍໃນຈີນ ແຕ່ເລີ່ມມີທໍນາໂດເພີ່ມຫລາຍຂື້ນໃນຊ່ວງບໍ່ເທົ່າໃດປີຜ່ານມາ ລ່າສຸດມີພາຍຸທໍນາໂດພັດຜ່ານເຂດຢູ່ເຊີງ ມົນທົນເຫີຫນານຂ້າຊີວິດຊາວບ້ານ 2 ຄົນ ບາດເຈັບ 20 ຄົນເມື່ອເດືອນມີນາ 2019 ແລະວ່າສ່ວນຫນື່ງເປັນເພາະວິກິດສະພາບອາກາດປ່ຽນແປງຊື່ງກໍ່ໃຫ້ເກີດອາກາດແປປວນທີ່ຮຸນແຮງຂື້ນ ທັງນ້ຳຖ້ວມ ໄພແລ້ງ ແລະອຸນຫະພູມທີ່ສູງຂື້ນຈົນຜິດປົກກະຕິໃນຫລາຍພູມມີພາກເບື້ອງຕົ້ນພົບວ່າມີສະຖານີວັດແທກອາກາດຫລາຍເຖິງ 40 ແຫ່ງທີ່ວັດລະດັບນ້ຳຝົນໄດ້ຫລາຍເປັນປະຫວັດການ
ມື້ດຽວກັນທາງການທ້ອງຖິ່ນມົນທົນເຫີເປີ່ຍ ທາງຕອນເຫນືອ ປະກາດເຕືອນໄພສະພາບອາກາດຮ້ອນລະດັບສູງສຸດສີແດງ ຫລັງເມືອງສຳຄັນຫລາຍແຫ່ງຄວບຄຸມນະຄອນຊືເຈຍຈວງ ເມືອງເປົ່າຕິ້ງ ແລະຮານດັງ ມີອຸນຫະພູມສູງເກີນ 40 ອົງສາ ຂະນະທີ່ປະລິມານນ້ຳຝົນກັບຫລຸດລົງຕໍ່ເນື່ອງໂດຍໃນຊ່ວງໄຕມາດທີ່ 2 ຂອງປີນີ້ ມົນທົນເຫີເປີ່ຍມີນ້ຳຝົນຫລຸດລົງເຖິງ 23,9 ສ່ວນຮ້ອຍ




ไม่มีความคิดเห็น:
แสดงความคิดเห็น