ນາງສາວ ອະນົງນຸດ ລູກຂອງ ນົບພະນົນ ດວງພອນ ສິນລະປິນອາວຸໂສ ແລະ ເປີດເຜີຍວ່າ: ພໍ່ ນົບພະດົນ ເຈົ້າຂອງ ວົງ ເພັດພິນທອງ ໃນອາດິດ ເຂົ້າຮັບການຜ່າຕັດເນື້ອງອກໃນສະໝອງ ໃນວັນທີ 26 ມິຖຸນາ 2019 ຜ່ານມາ ທີ່ໂຮງໝໍ ສໍລິລາດ ໂດຍມີຄະນະແພດເບິ່ງແຍງຢ່າງໃກ້ຊິດ

*

ແຕ່ດ້ວຍພິດພະຍາດເຮັດໃຫ້ອາການບໍ່ດີຂຶ້ນ ແລະ ອ່ອນແອລົງເລື້ອຍໆ ເຮັດໃຫ້ ນົບພະດົນເສຍຊີວິດລົງໃນວັນທີ 4 ກໍລະກົດ 2019 ຜ່ານມາ ເວລາ 20:19 ນາທີ ທີ່ໂຮງໝໍຊິລິລາດ ກຸງເທບມະຫານະຄອນ ດ້ວຍອາຍຸ 77 ປີ

ນົບພະດົນ ເປັນສິລລະປິນອາວຸໂສແດນອີສານ ເປັນຜູ້ກໍ່ຕັ້ງດົນຕີ ເພັດພິນທອງ ແລະ ເປັນທີ່ຄຸ້ນຕາຈາກບົດຫຼວງພໍ່ ໃນພາບພະຍົນຊື່ດັງ 15 ຄໍ່າ ເດືອນ 11, ເຈົ້າຂອງວະລີເດັດ “ເຊື່ອໃນສິ່ງທີ່ເຮັດ ເຮັດໃນສິ່ງທີ່ເຊື່ອ”



ไม่มีความคิดเห็น:
แสดงความคิดเห็น