แอกซ่ามอบโปรโมชั่นสุดคุ้มให้คุณเลือกรับได้ตามใจ เมื่อซื้อประกันมะเร็งออนไลน์ เจอแล้วจ่าย

วันอังคารที่ 1 มิถุนายน พ.ศ. 2564

ວັນທີ 1 ມີຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ


ວັນທີ 1 ມີຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ


ປະເທດລາວເຮົາເປັນປະເທດໜຶ່ງ ທີ່ມີເນື້ອທີ່ປ່າໄມ້ຫຼາຍທີ່ສຸດໃນກຸ່ມປະເທດອາຊຽນ ຫຼື ເວົ້າໄດ້ວ່າເປັນດິນ ແດນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້, ມີຊັບໃນດິນສິນໃນນ້ຳ ແລະ ເປັນອູ່ເຂົ້າອູ່ປາໃນການດຳລົງຊີວິດຂອງປະຊາຊົນ, ປັດຈຸບັນສະພາບແວດລ້ອມດິນຟ້າອາກາດມີການປ່ຽນແປງ ຊຶ່ງມີຜົນກະທົບຕໍ່ການດຳລົງຊີວິດຂອງຄົນເຮົາ ສາເຫດຕົ້ນຕໍມາຈາກການຕັດໄມ້ທຳລາຍປ່າ, ການລຸກລ້ຳເນື້ອທີ່ປ່າໄມ້, ການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ຍິ່ງໄປກວ່ານັ້ນແມ່ນ ມີກຸ່ມນາຍທຶນບໍ່ດີຈຳນວນໜຶ່ງໄດ້ເຂົ້າມາສະແຫວງຫາຜົນປະໂຫຍດ ໂດຍໃຊ້ເລ່ແຫຼ່ມກົນອຸບາຍ ຊື້ຈ້າງຈອບອອຍພະນັກງານຂອງລັດ ຈຳນວນໜຶ່ງ ເພື່ອເປັນເຄື່ອງມືໃນການສວຍໃຊ້ໜ້າທີ່ຕຳແໜ່ງ ແລະ ໃຫ້ການຮ່ວມມືກັບກຸ່ມຄົນດັ່ງກ່າວ ລັກຫຼອບຕັດໄມ້ແບບຜິດກົດໝາຍ ເຮັດໃຫ້ປ່າໄມ້ນັບມື້ນັບຫຼຸດໜ້ອຍຖອຍລົງ. ສະນັ້ນ, ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຖືເປັນວັນໜຶ່ງທີ່ມີຄວາມສຳຄັນ ສໍາລັບພົນລະເມືອງລາວທຸກຄົນ ທີ່ຈະຕ້ອງເອົາໃຈໃສ່ ແລະ ພ້ອມພຽງກັນປູກຕົ້ນໄມ້ ເພື່ອຮັກສາຄວາມສົມດຸນ ຂອງແຫຼ່ງນ້ຳ ແລະ ຊັບພະຍາກອນທຳມະຊາດ.


ຕາມກົດໝາຍວ່າດ້ວຍປ່າໄມ້ ໄດ້ກຳນົດວ່າ “ປ່າໄມ້” ແມ່ນຊັບພະຍາກອນທໍາມະຊາດອັນລໍ້າຄ່າ ທີ່ມີລະບົບນິເວດສະເພາະ ຊຶ່ງປະກອບດ້ວຍຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດິນປ່າໄມ້ ໂດຍມີຕົ້ນໄມ້ນາໆຊະນິດ ທີ່ເກີດຂຶ້ນ ຕາມທຳມະຊາດ ຫຼື ປູກຂຶ້ນ ໃນພື້ນທີ່ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ.



ສະນັ້ນ, ພັກລັດເຮົາໄດ້ໃຫ້ຄວາມສຳຄັນ ຕໍ່ວຽກງານການປົກປັກຮັກສາປ່າໄມ້ ໂດຍໄດ້ຈັດສັນເຂດເນື້ອທີ່ປ່າ ໄມ້ໄວ້ຢ່າງຊັດເຈນ ບໍ່ວ່າຈະເປັນເຂດປ່າສະຫງວນ, ເຂດປ່າປ້ອງກັນ, ເຂດປ່າຜະລິດ ທັງນີ້ກໍ່ເພື່ອເປັນການຄວມຄຸມ ແລະ ກຳນົດເຂດອານຸລັກຊັບພະຍາກອນປ່າໄມ້ໄວ້ໃຫ້ຄົງຢູ່ ແລະ ທີ່ພົ້ນເດັ່ນທີ່ສຸດ ໃນລະຫວ່າງກາງປີ 2016 ໄດ້ມີ ຄຳສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ອອກມາ ເປັນທີ່ຮູ້ຈັກກັນດີໃນທົ່ວສັງຄົມວ່າ “ຄໍາສັ່ງເລກທີ 15/ນຍ” ຊຶ່ງເນື້ອໃນຂອງຄຳສັ່ງ ແມ່ນ ໄດ້ແນໃສ່ເພື່ອເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ການເຄື່ອນໄຫວເຮັດທຸລະກິດໄມ້, ການຂຸດຄົ້ນໄມ້ ແລະ ການຊື້-ຂາຍໄມ້ ໃຫ້ມີຄວາມຖືກຕ້ອງ ແລະ ເຂັ້ມງວດຕາມລະບຽບກົດໝາຍ, ທັງນີ້ກໍເປັນການສະກັດກັ້ນ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ດ້ານຕ່າງໆໃນເຂດປ່າໄມ້ໃຫ້ຫຼຸດລົງ ແລະ ໝົດໄປເທື່ອລະກ້າວ.


ລັດຖະບານໄດ້ ກຳນົດເອົາວັນທີ 1 ມີຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ຈຸດປະສົງເພື່ອເປັນການປຸກລະດົມ, ສ້າງຂະບວນການຕ່າງໆໃຫ້ເດັກນ້ອຍ ເຫັນໄດ້ຄວາມໝາຍຄວາມຄຳຄັນຂອງຊັບ ພະຍາກອນປ່າໄມ້, ຮູ້ຈັກອານຸລັກຮັກສາປ່າໄມ້ ແລະ ຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າ, ເພີ່ມເນື້ອທີ່ປ່າໄມ້ໃຫ້ຫຼາຍຂຶ້ນ ເພື່ອທົດແທນປ່າໄມ້ທີ່ເສຍໄປ ເພາະການປົກປັກຮັກສາຊັບພະຍາກອນທຳມະຊາດ ເປັນໜ້າທີ່ຂອງໝົດທຸກຄົນ ທີ່ຈະຕ້ອງໄດ້ປົກປັກຮັກສາຊັບພະຍາກອນທຳມະຊາດ ອັນມີຄ່ານີ້ໃຫ້ຄົງຢູ່ ແລະ ຢືນຍົງຕະຫຼອດໄປ.

ไม่มีความคิดเห็น:

แสดงความคิดเห็น