แอกซ่ามอบโปรโมชั่นสุดคุ้มให้คุณเลือกรับได้ตามใจ เมื่อซื้อประกันมะเร็งออนไลน์ เจอแล้วจ่าย

วันอาทิตย์ที่ 18 สิงหาคม พ.ศ. 2562

ເຜີຍຊື່ຜູ້ເສຍຊີວິດທັງ 11 ຄົນຢ່າງບໍ່ເປັນທາງການ

ເຜີຍຊື່ຜູ້ເສຍຊີວິດທັງ 11 ຄົນຢ່າງບໍ່ເປັນທາງການ ໂດຍຜູ້ເສຍຊີວິດສ່ວນໃຫ່ຍເປັນຄົນລາວ

ຈາກກໍລະນີອຸບັດເຫດຮຸນແຮງໃນຕອນເຊົ້າຂອງວັນທີ 18 ສິງຫາ 2019 ລົດຕູ້ປ້າຍເຫລືອທະບຽນ 34-0405 ກຸງເທບມະຫານະຄອນ ຕຳກັບລົດພ່ວງ 18 ລໍ້ ທີ່ບໍລິເວນຫນ້າໂຮງຫມໍ ວັງສົມບູນ ໃກ້ກັບທາງເຂົ້າທີ່ວ່າການເມືອງວັງສົມບູນ ແຂຂວງສະແກ້ວ ປະເທດໄທ ເບື້ອງຕົ້ນມີຜູ້ເສຍຊີວິດ 11 ຄົນ ຊາຍ 5 ຄົນ ຍິງ 6 ຄົນ ເປັນຄົນລາວ 10 ຄົນ ແລະຄົນ ໄທ 1 ຄົນ ແລະໄດ້ຮັບບາດເຈັບ 4 ຄົນ

ຫລ້າສຸດມີການເປີດເຜີຍຊື່ຜູ້ເສຍຊີວິດທັງ 11 ຄົນ ຢ່າງບໍ່ເປັນທາງການດັ່ງນີ້:

1. ນາງເກດສະຫນາ ສິລິພອນ ສັນຊາດລາວ

2. ນາງແສງເດືອນ ແກ້ວອຸນຍາວົງ ສັນຊາດລາວ

3. ນາງໄກສອນ ສີວົງໃຄ ສັນຊາດລາວ

4. ນາງບົວເຄືອ ດວງມາລາ ສັນຊາດລາວ



5. ນາງສຸກ ພັນທະວົງສາ ສັນຊາດລາວ

6. ທ້າວຫັດທະສິນ ສິລິສັກ

7. ທ້າວຂຸນ ແກ້ວວົງ ສັນຊາດລາວ

8. ທ້າວ ສັນເສີນ ຈິລະທອງຂັນ ຄົນຂັບລົດຕູ້ໄທ



ສ່ວນທີ່ເຫລືອບໍ່ມີເອກະສານ

ຂະນະທີ່ໂຊເຟີ້ລົດ 18 ລໍ້ໄດ້ຮັບບາດເຈັບຖືກນຳໂຕສົ່ງໂຮງຫມໍວັງສົມບູນແລ້ວ



Cr:onenewslaos.com

1 ความคิดเห็น: