แอกซ่ามอบโปรโมชั่นสุดคุ้มให้คุณเลือกรับได้ตามใจ เมื่อซื้อประกันมะเร็งออนไลน์ เจอแล้วจ่าย

วันพุธที่ 10 กรกฎาคม พ.ศ. 2562

ຄວາມເປັນມາຂອງເມືອງໄຊບູລີ

ຄວາມເປັນມາຂອງເມືອງໄຊບູລີ


ເມື່ອບໍ່ດົນມານີ້, ຫ້ອງວ່າການປົກຄອງເມືອງໄຊບູລີ ແຂວງສະຫວັນນະເຂດ ຈັດກອງປະຊຸມຕົກລົງຄົ້ນຄວ້າ ປະຫວັດຄວາມເປັນມາຂອງເມືອງໄຊບູລີ, ພ້ອມ​ທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊບູລີ ວ່າດ້ວຍການແຕ່ງຕັ້ງ ຄະນະ ກໍາມະການຄົ້ນຄວ້າປະຫວັດຄວາມເປັນມາຂອງເມືອງ.

ທ່ານ ແກ້ວດວງຕາ ອິນທະວົງ ຫົວໜ້າຫ້ອງການຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ເມືອງ​​ໄຊ​ບູລີ ໄດ້​ໃຫ້​ຮູ້​ກ່ຽວກັບຂໍ້ມູນທົ່ວໄປ, ປະຫວັດຄວາມເປັນມາຂອງເມືອງໄຊບູລີ, ຈຸດພິເສດ, ທີ່ຕັ້ງຂອບເຂດດິນແດນ, ກ່ອນ ແລະ ຫລັງການສ້າງຕັ້ງເປັນເມືອງ ໃນປັດຈຸບັນ, ທາງດ້ານຮີດຄອງປະເພນີ, ໄລຍະການປົກຄອງຂອງອາເມລິກາ ​ເຊິ່ງມາໃນ ປີ 1961 ໄດ້ຖືກປະກາດສ້າງຕັ້ງເມືອງຂຶ້ນ ​ໂດຍໃສ່ຊື່ເມືອງວ່າ ເມືອງສາລະພູມ (ບ້ານນາແດງ) ໂດຍແມ່ນຍາຫລວງ ສັງກາ ເປັນ ເຈົ້າເມືອງຄົນທໍາອິດ, ຫລັງການສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ວັນທີ 12 ກໍລະກົດ 1987 ໄດ້ປະກາດສ້າງຕັ້ງ​ເປັນເມືອງໄຊບູລີ ຂຶ້ນຢູ່ທີ່ທ່າເຮືອແກ້ງກະເບົາ ບ້ານແກ້ງກະເບົາ ຈາກນັ້ນ ກໍໄດ້ຍ້າຍສໍານັກງານປົກຄອງເມືອງຈາກບ້ານແກ້ງກະເບົາ ມາຕັ້ງຢູ່ບ້ານເຄືອເຂົາກາດ ໃນວັນທີ 13 ເມສາ 2009 ຈົນເຖິງປັດຈຸບັນ ສະໄໝກ່ອນຢຸບ ແລະ ລຶບລ້າງຂັ້ນຕາແສງ.

ຈາກ​ນັ້ນ, ຜູ້​ເຂົ້າ​ຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເພີ່ມເຕີມ ບ່ອນທີ່ຍັງບໍ່ທັນຄົບຖ້ວນ ທັງນີ້ ກໍເພື່ອເຮັດໃຫ້ປະຫວັດຄວາມເປັນມາ ຂອງເມືອງໄຊບູລີ ມີຄວາມສົມບູນ ແລະ ມີຄວາມລະອຽດຂຶ້ນກວ່າເກົ່າ.

ຂໍຂອບໃຈ
ຂໍ້ມູນ : ຂ່າວສານປະເທດລາວ

ไม่มีความคิดเห็น:

แสดงความคิดเห็น