แอกซ่ามอบโปรโมชั่นสุดคุ้มให้คุณเลือกรับได้ตามใจ เมื่อซื้อประกันมะเร็งออนไลน์ เจอแล้วจ่าย

วันอังคารที่ 9 กรกฎาคม พ.ศ. 2562

ລັດຖະບານລາວມີແຜນສ້າງວິທະຍາໄລວິຊາຊີບ ເຕັກນິກການທາງລົດໄຟລາວ

ລັດຖະບານລາວມີແຜນສ້າງວິທະຍາໄລວິຊາຊີບ ເຕັກນິກການທາງລົດໄຟລາວ


  ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຈໍາເປັນທີ່ຈະຕ້ອງໃຊ້ພະນັກງານຫຼາຍພັນຄົນເພື່ອເຮັດວຽກພາຍຫຼັງການເປີດນໍາໃຊ້ໃນປີ 2021 ດັ່ງນັ້ນ ທາງລັດຖະບານລາວມີແຜນຮ່ວມກັບການຊ່ວຍເຫຼືອຈາກລັດຖະບານຈີນທີ່ຈະສ້າງວິທະຍາໄລວິຊາຊີບເຕັກນິກການທາງລົດໄຟລາວຂຶ້ນເພື່ອ ຕອບສະຫນອງຊ່ຽວຊານເປັນມືອາຊີບເຂົ້າມາເຮັດວຽກໃນໂຄງການດັ່ງກ່າວ.

ທ່ານ ຮສ ດຣ ກອງສີ ແສງມະນີ ຮອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ ວິທະຍາໄລດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນການ ອອກແບບຊິ້ງໃກ້ຈະສໍາເລັດແລ້ວ ປັດຈຸບັນພວກເຮົາກໍາລັງລໍຖ້າການອອກແບບຈາກປະເທດຈີນ ແລະ ຄິດວ່າ ໂຄງການດັ່ງກ່າວອາດຈະເລີ່ມ ລົງມືກໍ່ສ້າງໃນທ້າຍປີນີ້.

ທາງລົງໄຟ 1 ກິໂລແມັດຕ້ອງການຄົນເບິ່ງແຍງ 15 ຄົນ ແບ່ງເປັນວິສະວະກອນ ແລະ ຊາງເຕັກນິກ ຊຶ່ງວິທະຍາໄລດັ່ງກ່າວຈະຊ່ວຍກຽມ ແຮງງານທີ່ມີທັກສະ ແລະ ຈ້າງແຮງງານທ້ອງຖິ່ນອີກດ້ວຍ ເຂດການກໍ່ສ້າງແມ່ນຢູ່ໃກ້ກັບເຂດສະຫນາມກີລາແຫ່ງຊາດຫຼັກ 16 ແລະ ຄາດວ່າຈະ ໃຊ້ເວລາ 2 ປີໃຫ້ສໍາເລັດ ປັດຈຸບັນທາງກະຊວງສຶກສາທິການ ແລະ ກິລາໄດ້ສົ່ງພະນັກງານຄູ 30 ກວ່າຄົນໄປສຶກສາອບຮົມຢູ່ທີ່ປະເທດຈີນເພື່ອ ກຽມພ້ອມສໍາລັບວິທະຍາໄລດັ່ງກ່າວ ຫາກການກໍ່ສ້າງສໍາເລັດວິທະຍາໄລແຫ່ງໃຫມ່ຈະເປີດສອນໃນ 6 ຫຼັກສູດ ແລະ ຮັບນັກຮຽນປະມານ 300 ຄົນຕໍ່ປີ ຂະນະທີ່ນັກຮຽນກໍຈະໄດ້ຮຽນຮູ້ທຸກສ່ວນທີ່ກ່ຽວຂ້ອງກັບເຄື່ອງຈັກທາງລົດໄຟ ລວມເຖິງການຂັບລົດໄຟ ການບໍລິການສະຖານີ ແລະ ການສ້ອມແປງ-ບໍາລຸງຮັກສາ


Cr:
ແຫຼ່ງຂໍ້ມູນ: Www.targetlaos.com

ไม่มีความคิดเห็น:

แสดงความคิดเห็น