แอกซ่ามอบโปรโมชั่นสุดคุ้มให้คุณเลือกรับได้ตามใจ เมื่อซื้อประกันมะเร็งออนไลน์ เจอแล้วจ่าย

วันอาทิตย์ที่ 30 มิถุนายน พ.ศ. 2562

ລັດຖະບານ ກຳລັງພິຈາລະນານຳໃຊ້ລາຄາໄຟຟ້າທີ່ມີລາຄາດຽວ

ລັດຖະບານ ກຳລັງພິຈາລະນານຳໃຊ້ລາຄາໄຟຟ້າທີ່ມີລາຄາດຽວ, ພ້ອມຫລຸດ 50% ສຳລັບຜູ້ມີລາຍຮັບຕ່ຳ

ຄະນະລັດຖະບານ ກໍາລັງຂຸ້ນຂ້ຽວພິຈາລະນາກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ ສຳລັບປີ 2019-2025 ໂດຍຈະນໍາໃຊ້ລາຄາໄຟຟ້າທີ່ມີລາຄາດຽວຄື 700 ກີບ/ກິໂລວັດໂມງ ສຳລັບປະເພດທີ່ຢູ່ອາໃສ, ພ້ອມຈະຫລຸດລາຄາ 50% ສຳລັບຜູ້ທີ່ມີລາຍຮັບຕ່ຳ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດ ໃນວັນທີ 27 ມິຖຸນາ 2019 ນີ້ວ່າ: ການປັບປຸງລາຄາໄຟຟ້າຄືນໃໝ່ນີ້ ແມ່ນເພື່ອຮັບປະກັນໃຫ້ລາຄາໄຟຟ້າສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແທດເໝາະກັບເປົ້າໝາຍການຊົມໃຊ້ ແລະ ປະເພດຜູ້ຊົມໃຊ້, ທັງຮັບປະກັນໃຫ້ລາຄາໄຟຟ້າມີສະຖຽນລະພາບ ແລະ ບໍ່ມີຜົນກະທົບຕໍ່ການລົງທຶນໃນການພັດທະນາໄຟຟ້າ, ຊຶ່ງລາຄາໃໝ່ນີ້ ຄາດວ່າຈະມີການປະກາດໃຊ້ໃນໄວໆ ພາຍຫລັງມີແຈ້ງການຂອງລັດຖະບານອອກມາ.




ໃນປັດຈຸບັນ, ການຊົມໃຊ້ໄຟຟ້າປະເພດທີ່ຢູ່ອາໃສມີ 6 ຂັ້ນ, ຊຶ່ງແຕ່ລະຂັ້ນມີລາຄາທີ່ແຕກຕ່າງກັນ ຈາກລາຄາຕ່ຳສຸດ 348 ກີບ/ກິໂລໂວນ ຈົນໄປຮອດ 999 ກີບ/ກິໂລໂວນ. ການປັບປຸງຄາລາໄຟຟ້າໃນຄັ້ງນີ້ ສ່ວນໃຫຍ່ແມ່ນຫລຸດລົງ, ບໍ່ມີການເພີ່ມຂື້ນໃນປະເພດໃດໆເລີຍ ແຕ່ຈະມີຈຳນວນໜຶ່ງທີ່ຍັງຮັກສາໄວ້ຄືເກົ່າ ເນື່ອງຈາກວ່າເປັນການດຳເນີນທຸລະກິດທີ່ເຫັນວ່າມີປະສິດທິຜົນຢູ່.

ไม่มีความคิดเห็น:

แสดงความคิดเห็น